ການສຳມະນາທິດສະດີລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ ປຊຊ ປະຕິວັດລາວ

ການສຳມະນາທິດສະດີລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ ປຊຊ ປະຕິວັດລາວ - ảnh 1

(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ ຄັ້ງ​ທີ 1 ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ ປຊຊ ປະຕິວັດ​ລາວ ດ້ວຍ​ຫົວ​ຂໍ້ ບາງ​ບັນ​ຫາ​ທິດ​ສະ​ດີ ພຶດຕິ​ກຳ​ຕົ້ນຕໍ​ໃນ​ຂະ​ບວນວິວັດ​ຍູ້​ແຮງ​ກິດຈະການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ​ແລະ ລາວ ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 10/1 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ຢືນຢັນ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ພັກ ພ້ອມ​ກັນ​ແລກປ່ຽນ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ທີ່​ວາງ​ອອກ​ໃນ​ຂະ​ບວນວິວັດ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ ຢູ່​ແຕ່ລະ​ປະ​ເທດ,​ຄົ້ນ​ຄ້ວາ ​ແລະ ຮຳ່ຮຽນ​ເອົາ​ບັນດາ​ບົດຮຽນ​ຂອງ 2 ຝ່າຍ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເປີດ​ປະຕູ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ຍູ້​ແຮງ​ພາລະກິດ ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສະ​ຫະກຳ ​ແລະ ທັນ​ສະ​ໄໝ ຢູ່​​ແຕ່ລະ​ປະ​ເທດ

 

ຂ່າວ/ບົດ​ອື່ນ