ການຮັບເອົາບັດໄວ້ວາງໃຈຊ່ວຍໃຫ້ພະນັກງານຮັບໃຊ້ປະຊາຊົນນັບມື້ນັບດີກວ່າ

(VOVWORLD) - ທີ່ການພົບປະຄັ້ງຕ່າງໆ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນ, ເນື້ອໃນຂອງລາຍການກອງປະຊຸມ. ພິເສດ, ຜູ້ມີສິດເລືອກຕັ້ງສະແດງຄວາມເຫັນດີຕໍ່ແຜນນະໂຍບາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢ່າງຂ້ຽວຂາດຂອງພັກ, ລັດ.
ການຮັບເອົາບັດໄວ້ວາງໃຈຊ່ວຍໃຫ້ພະນັກງານຮັບໃຊ້ປະຊາຊົນນັບມື້ນັບດີກວ່າ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ທີ່ການພົບປະ
(ພາບ: TTXVN)

        ວັນທີ 06 ກໍລະກົດ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ອານຢາງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງໃນບໍລິເວນນະຄອນ ລອງຊວຽນ ແລະ ເທດສະບານ ເຕີນເຈົາ ເພື່ອແຈ້ງໃຫ້ຊາບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ທີ່ການພົບປະຄັ້ງຕ່າງໆ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນ, ເນື້ອໃນຂອງລາຍການກອງປະຊຸມ. ພິເສດ, ຜູ້ມີສິດເລືອກຕັ້ງສະແດງຄວາມເຫັນດີຕໍ່ແຜນນະໂຍບາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຢ່າງຂ້ຽວຂາດຂອງພັກ, ລັດ.

        ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຮັບເອົາບັນດາຄຳເຫັນ ແລະ ຕີລາຄາສູງຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບເລື່ອງສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.

        “ນີ້ແມ່ນແຜນນະໂຍບາຍຂອງພັກ, ລັດ, ສະພາແຫ່ງຊາດ ເພື່ອໃຫ້ພະນັກງານ, ພາລະກອນ, ບັນດາຜູ້ໄດ້ຮັບການເລືອກຕັ້ງຈາກປະຊາຊົນ, ພະນັກງານເຊິ່ງສະພາແຫ່ງຊາດເລືອກຕັ້ງ... ແຕ່ລະຄົນຕ້ອງປະຕິບັດພາລະໜ້າທີ່ ແລະ ຄຳສັນຍາຂອງຕົນຕໍ່ປະຊາຊົນເປັນຢ່າງດີທີ່ສຸດ. ນັ້ນແມ່ນຄຳຮຽກຮ້ອງ, ເປົ້າໝາຍ, ຄວາມໝາຍທີ່ຈະແຈ້ງທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບັນດາຂໍ້ກຳນົດ, ຄາດໝາຍຢ່າງແໜ້ນແຟ້ນ, ລະອຽດຄືໃນປະຈຸບັນ ແລະ ສະຕິຕໍ່ຄວາມຮັບຜິດຊອບໜ້າທີ່ຂອງບັນດາຜູ້ໄປປ່ອນບັດ ບັນດາຕຳແໜ່ງໄດ້ເລືອກຕັ້ງ, ຜົນອອກມາຈະນັບມື້ນັບພາວະວິໄສ, ສ່ອງແສງໃກ້ກັບຕົວຈິງຂອງຖັນແຖວພະນັກງານເຊິ່ງສະພາແຫ່ງຊາດເລືອກຕັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ