ການຮ່ວມມືດ້ານການ ສຶກສາຫວຽດນາມ-ລາວ

 ການຮ່ວມມືດ້ານການ ສຶກສາຫວຽດນາມ-ລາວ - ảnh 1

(ພາບ: vov)

(vovworld)- ໃນ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 6-9/12, ທ່ານ​ຟ້າມຫວູ້ລ້ວນ, ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ມອບ​ຂອງຂວັນ​ຂອງ​ໂຮງພິມຈຳໜ່າຍ​ສຶກສາ​ຫວຽດນາມ ​ໃຫ້​ແກ່​ບໍລິສັດ​ພິມສຶກສາ​ແຫ່ງ​ລັດລາວ ລວມມູນຄ່າ 50.000 ​ໂດ​ລາ​ສະຫະລັດ. ທ່ານ​ໂງ​ເຈິນອາຍ, ຜູ້ອຳນວຍການ​ໃຫ່ຍໂຮງພິມຈຳໜ່າຍ​ສຶກສາ​ຫວຽດນາມ ​ເນັ້ນໜັກ​ວ່າ: ​ເຖິງ​ວ່າ​ມູນ​ຄ່າ​ດ້ານ​ວັດຖຸ​ບໍ່​ຫຼາຍ​ກໍ່ຕາມ ​ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ພະນັກງານ, ພາລະ​ກອນ, ກຳມະກອນໂຮງພິມຈຳໜ່າຍ​ສຶກສາ​ຫວຽດນາມ ທີ່​ມີ​ຕໍ່ບໍລິສັດ​ພິມສຶກສາ​ແຫ່ງ​ລັດລາວ.

  ​ໃນ​ໄລຍະ​ 20 ປີ​ແຫ່ງການ​ຮ່ວມ​ມື, ການ​ພົວພັນ​ລະຫວ່າງ​ສອງ​ຫົວ​ໜ່ວຍ​ບັນລຸ​ໄດ້​ບັນດາໝາກຜົນ​ລະອຽດ​ໃນ​ຫຼາຍ​ດ້ານ​ຄື: ​ແລກປ່ຽນ​ວິຊາ​ການ, ຝຶກ​ອົບຮົມ​ພະນັກງານ, ໜູນ​ຊ່ວຍ​ເຄື່ອງ​ອຸປະກອນ​ພິມ​ຈຳໜ່າຍ​ບັນດາ​ຜະລິດ​ຕະພັນ​ການ​ພິມ, ຮຽບຮຽງ ​ແລະ ພິມ​ຈຳໜ່າຍ​ວັດຈະນານຸກົມ​ຫວຽດ-ລາວ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ອື່ນໆ.

  ​ໃນ​ວິວັດ​ການ​ຮ່ວມ​ມື, ໂຮງພິມຈຳໜ່າຍ​ສຶກສາ​ຫວຽດນາມ ຍັງ​ຮ່ຳຮຽນ​ເອົາ​ຫຼາຍ​ບົດຮຽນ​ຈາກຜູ້​ຮ່ວມ​ງານ​ລາວ; ພິ​ເສດ, ຍາມ​ໃດ ​ບັນດາ​ເພື່ອນ​ລາວ ກໍ່​ສະຫງວນ ອາລົມ​ຈິດ​ອັນ​ຈິງ​ໃຈ​ໃຫ້​ແກ່ໂຮງພິມຈຳໜ່າຍ​ສຶກສາ​ຫວຽດນາມ ​ເພື່ອ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື​ນັບ​ມື້​ນັບ​ສະໜິດສະໜົມ ​ແລະ ສະໜິດ​ຕິດ​ພັນ​ກັນ​ກ່ວາ./.

ຂ່າວ/ບົດ​ອື່ນ