ການຮ່ວມມືດ້ານການຄ້າຫວຽດນາມ-ຈີນສືບຕໍ່ພັດທະນາໃນໄລຍະຈະມາເຖິງ

ການຮ່ວມມືດ້ານການຄ້າຫວຽດນາມ-ຈີນສືບຕໍ່ພັດທະນາໃນໄລຍະຈະມາເຖິງ - ảnh 1
ທ່ານ ຫູ​ສູ​ຈີນ ທູດ​ການ​ຄ້າ ຈີນ ປະຈຳ ຫວຽດນາມ
(ພາບ: DaoTung/BNEWS)

(vovworld) - ​ ​ ການ​ຮ່ວມ​ມື​ດ້ານການ​ຄ້າ​ລະຫວ່ງ ຫວຽດນາມ ​ແລະ ຈີນ​ ຈະສືບ​ຕໍ່​ພັດທະນາ​ໃນ​ໄລຍະຈະ​ມາ​ເຖິງ, ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທູດ​ການ​ຄ້າ ຈີນ ປະຈຳ ຫວຽດນາມ ທ່ານ ຫູ​ສູ​ຈີນ ທີ່​ການ​ປະຊຸມ​ຂ່າວດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/03 ຢູ່​ຮ່າ​ໂນ້ຍ. ປີ 2015, ​ໃນ​ສະພາບ​ການ​ການ​ຄ້າ​ທົ່ວ​ໂລກ​ສືບ​ຕໍ່ຊຸດ​ໂຊມ, ການ​ຄ້າ ຫວຽດນາມ - ຈີນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​ໂຕ​ຢ່າງໝັ້ນຄົງ ດ້ວຍ​ລະດັບ​ເຕີບ​ໂຕ​ໄວ. ຕາມຕົວ​ເລກ​ສະຖິຕິ​ຂອງ ຫວຽດນາມ, ຍອດ​ວົງ​ເງິນສົ່ງ​ອອກ - ນຳ​ເຂົ້າ 2 ຝ່າຍ​ບັນລຸ 66.3 ຕື້ USD, ​ເພີ່ມ​ຂຶ້ນ 13,3% ​ເມື່ອ​ທຽບ​ໃສ່​ປີ 2014. ຈີນ ​ໄດ້ກາ​ຍ​ເປັນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ​ໃຫຍ່​ກ່ວາ​ໝູ່​ຂອງ ຫວຽດນາມ ​ໃນ 12 ປີ​ຢ່າງ​ລຽນຕິດ, ກົງກັນຂ້າມ, ຫວຽດນາມ ກໍ່​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 2 ຂອງ ຈີນ ​ໃນ ອາ​ຊຽນ. ທ່ານ ຫູ​ສູ​ຈີນ ​ໃຫ້​ຂໍ້ສັງ​ເກດ​ວ່າ: ການ​ພົວພັນດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ກ່ວາ​ອີກ, ພິ​ເສດ ​ແມ່ນ​ພາຍຫລັງ​ປະຊາ​ຄົມ​ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ທ່ານ ຫູ​ສູ​ຈີນ ​ໃຫ້​ຮູ້​ວ່າ:

        “ປະຊາ​ຄົມ​ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ຈະ​ນຳ​​ເອົາ​ບັນດາ​ກາລະ​ໂອກາດ​ອັນ​ໃຫຍ່​ຫລວງ​ມາໃຫ້ການ​ຮ່ວມ​ມື​ການ​ຄ້າ​ລະຫວ່າງ ຈີນ ​ແລະ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ບັນ​ດາ​ວິ​ສາ​ຫະກິດ ຈີນ ລ້ວນ​ແຕ່ສະຕິ​ວ່າ ນີ້​ແມ່ນ​ກາລະ​ໂອກາດ ​ເພື່ອ​ເພີ່ມ​ທະວີ​ການ​ລົງທຶນ, ການ​ຮ່ວມ​ມື ​ແລະ ພັ​ດທະນາ. ​ເພາະສະ​ນັ້ນ, ການ​ພົວພັນ​ຮ່ວມ​ມື​ດ້ານການ​ຄ້າ ​ບໍ່​ພຽງ​ແຕ່​ໄດ້ຮັບ​ການ​ເອົາ​ໃຈ​ໃສ່​ພັດທະນາ​ໃນ​ບາງ​ຂົງ​ເຂດພິ​ເສດ​ສະ​ເພາະໃດໆ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດອີກ​ດ້ວຍ”.

        ​ທ່ານ ຫູ​ສູ​ຈີນ ກໍ່​ໃຫ້​ຮູ້​ວ່າ: ຕາມຕົວ​ເລກ​ສະຖິຕິ​ຈາກ​ຝ່າຍ ຈີນ ​ແລ້ວ, ​ໃນ​ເດືອນ 1 ປີ 2016, ຍອດ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນລຸ​ໄດ້ 7,8 ຕື້​ USD.

 

ຂ່າວ/ບົດ​ອື່ນ