ການຮ່ວມມືດ້ານປ້ອງກັນຊາດຍີ່ປຸ່ນ - ອາຊຽນ ນັບມື້ນັບເລິກເຊິ່ງ

ການຮ່ວມມືດ້ານປ້ອງກັນຊາດຍີ່ປຸ່ນ - ອາຊຽນ ນັບມື້ນັບເລິກເຊິ່ງ - ảnh 1
(ພາບປະກອບ)

(vovworld) - ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ​ລະຫວ່າງ​ຍີ່ປຸ່ນ - ອາ​ຊຽນ ​ປະຈຳ​ປີ​ຄັ້ງ​ທີ 5 ​ເຊິ່ງຖືກດຳ​ເນີນ​ຢູ່ Okinawa, ປະ​ເທດ​ຍີ່ປຸ່ນ ​ແຕ່​ວັນ​ທີ 17 – 19/02. ​ເວທີ​ປ​າ​ໄສ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ “ການ​ກຳນົດ​ທິດ​ກໍ່ສ້າງ​ກຳລັງ​ແຮງ​ດ້ານ​ປ້ອງ​ກັນຊາ​ດ​ໃນ​ອະນາຄົດ​ລະຫວ່າງ​ຍີ່ປຸ່ນ ​ແລະ ອາ​ຊຽນ” ​ເພື່ອ​ແນ​ໃສ່​ຮັບ​ມື້​ກັບ​ບັນດາ​ບັນຫາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ. ​ໃນ​ບົດ​ປະກອບ​ຄຳ​ເຫັນທີ່​ເວທີ​ປາ​ໄສ, ຫົວໜ້າຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ອາ​ຊຽນ ລ້ວນ​ແຕ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຍີ່ປຸ່ນ ​ໃນ​ການ​ຮ່ວມ​ມື ກໍ່​ຄື​ບັນດາ​ໂຄງການ, ​ລາຍການ​ລະອຽດ​​ໃນແຕ່ລະ​ປີ​ເພື່ອ​ໜູນ​ຊ່ວຍການ​ສ້າງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນຊາ​ດ, ການ​ທະຫານ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ​​ເມື່ອ​ຮັບ​ມື​ກັບ​ບັນຫາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ຮັບປະກັນຄວາມ​ປອດ​ໄພດ້ານ​​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ...

ຂ່າວ/ບົດ​ອື່ນ