ການຮ່ວມມືລະຫວ່າງອາຊຽນ-ອິນເດຍບັນລຸຜົນງານຕັ້ງໜ້າຫຼາຍຢ່າງ

(VOVWORLD) -ວັນທີ 26 ກຸມພາ, ທີ່ສຳນັກງານຄະນະເລຂາອາຊຽນ ຢູ່ກາຕາ ໄດ້ດຳເນີນກອງປະຊຸມຄັ້ງທິ 29 ຄະນະກຳມະການຮ່ວມມືລວມອາຊຽນ - ອິນເດຍ (AIJCC).

ການຮ່ວມມືລະຫວ່າງອາຊຽນ-ອິນເດຍບັນລຸຜົນງານຕັ້ງໜ້າຫຼາຍຢ່າງ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທິ 29 ຄະນະກຳມະການຮ່ວມມືລວມອາຊຽນ - ອິນເດຍ

(ພາບ: TTXVN)

ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ອິນເດຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຜັນຂະຫຍາຍແຜນການເຄື່ອນໄຫວ 2016 – 2020 ຢ່າງຮອບດ້ານ, ໃຫ້ບຸລິມະສິດຊຸກຍູ້ບັນດາການກະທຳທີ່ຍັງບໍ່ທັງໄດ້ຮັບການຜັນຂະຫຍາຍ. ຝ່າຍອິນເດຍ ຢືນຢັນວ່າ, ຖືອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ສຳຄັນ ແລະ ມີອິດທິພົນຊື່ສຽງຫຼາຍຢ່າງໃນການຊຸກຍູ້ ແລະ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ; ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມ ແລະ ເປົ້າໝາຍຂອງອາຊຽນ ກ່ຽວກັບການສ້າງປະຊາຄົມ, ຮັດແຄບຊ່ອງວ່າງ, ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາປະເທດອາຊຽນ ແລະ ອິນເດຍ ນັບທັງທາງບົກ, ທາງອາກາດ ແລະ ທາງທະເລ.

        ຕາມນັ້ນແລ້ວ, ໃນໄລຍະ 2019 – 2020, ອິນເດຍ ຈະພ້ອມກັບອາຊຽນ ສືບຕໍ່ຍູ້ແຮງບັນດາໂຄງການຮ່ວມມືໃນປີທ່ອງທ່ຽວ 2019, ເຊື່ອມຕໍ່, ພະລັງງານຜະລິດຄືນໃໝ່, ການຮ່ວມມືໃນຂົງເຂດທະເລ… ອິນເດຍ ກໍ່ຈະສະຫງວນບັນດາແຫຼ່ງການເງິນໃຫ້ແກ່ບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງອາຊຽນ - ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ