ການຮ່ວມມືຫວຽດນາມ-ລັດເຊຍໃນຂົງເຂດສຶກສາຜ່ານບັນດາອົງການສັງຄົມ

ການຮ່ວມມືຫວຽດນາມ-ລັດເຊຍໃນຂົງເຂດສຶກສາຜ່ານບັນດາອົງການສັງຄົມ - ảnh 1
ນັ​ກ​ຮຽນ​ຫວຽດ​ນາມ ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ
(ພາບ: Quốc Khánh/TTXVN)

(vovworld) –  ​ກອງ​ປະ​ຊຸມ​ໂຕະ​ມົນ​ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື​ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໃນ​ຂົງ​ເຂດ​ການ​ສຶກ​ສາ​ຜ່ານ​ບັນ​ດາ​ອົງ​ການ​ສັງ​ຄົມ”, ໄດ້​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ. ການ​ເຄື່ອນ​ໄຫວນີ້​ໄດ້​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ ປະ​ຈຳ ຮ່າ​ໂນ້ຍ, ຕາງ​ໜ້າ​ອົງ​ການ​ຮ່ວມ​ມື ສະ​ຫະ​ພັນ ຈັດ​ຕັ້ງ​ຂຶ້ນເພື່ອ​ແນ​ໃສ່​ສະ​ເຫຼີ​ມ​ສະຫຼອງ “ວັນ​ປອງດອງ ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ຂອງ​ສະ​ຫະ​ພັນ​ລັ​ດ​ເຊຍ (4/11) ແລະ ວັນ​ປະ​ຕິ​ວັ​ດ​ເດືອນ 10 (7/11).

        ໃນ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫະ​ພັນ ລັດ​ເຊຍ (ຊຶ່ງອະດີດແມ່ນສະຫະພາບໂຊວຽດ) ໄດ້​ບຳ​ລຸງ​ສ້າງ​ໃຫ້ ຫວຽດ​ນາມ ນັກ​ວິ​ທະ​ຍາດ​ສາດ, ພະ​ນັກ​ງານ​ຄຸ້ມ​ຄອງ, ນັກ​ຊ່ຽ​ວ​ຊານ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສ​ູງ​ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ນັບ​ໝື່ນໆ​ຄົນ. ນີ້​ແມ່ນ​ພື້ນ​ຖານ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວ​ພັນ​ປະ​ຊາ​ຊົນ 2 ປະ​ເທດ. ສາດ​ສະ​ດາ​ຈານ ເຈີ່ນ​ດິ່ງ​ລອງ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ, ຖື​ວ່າ:

        “ໃນ​ລຸ້ນ​ຄົນ​ຂອງ​ພວກ​ຂ້າ​ພະ​ເຈົ້າ, 75% ຈຳນວນຜູ້​ໄດ້​ຮຽນ​ຈົບ​ຈາກ ລັດ​ເຊຍ ຕ່າງກໍ່ແມ່ນພະນັກງານ​ການ​ນຳ. ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ພວກ​ເຮົາ​ຕ້ອງ​ເສີມ​ຂະ​ຫຍາຍ​ສິ່ງ​ດັ່ງ​ກ່າວ​ໃຫ​້​ລຸ້ນ​ໜຸ່ມ. ຄວາມ​ຫ່ວງ​ໃຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ປະ​ຈຸ​ບັນ​ແມ່ນ​ລຸ້ນ​ໜຸ່ມຮ່ຳ​ຮຽນ​ພາ​ສາ ລັດ​ເຊຍ, ບັນ​ດາ​ເຕັກ​ໂນ​ໂລຢ​ີ​ສູງ​ສຸດ, ທັນ​ສະ​ໄໝ​ສຸດ​ຂອງ​ລັດ​ເຊຍ ໄດ້​ຮັບ​ການ​ນຳ​ໃຊ້​ຢູ່ ຫວຽດ​ນາມ. ນີ້​ແມ່ນ​ສິ່ງ​ທີ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຄວນ​ມີ​ນະ​ໂຍ​ບາຍ, ໂດຍ​ອີງ​ໃສ່​ກົດ​ໝາ​ຍ​ລັດ​ເຊຍ ແຕ່​ໃຫ້ບຸ​ລິ​ມະ​ສິດ​ແກ່ ຫວຽດ​ນາມ. ຈາກນັ້ນ, ບັນ​ດາ​ຄວາມ​ຮູ້​ຂອງ​ລັດ​ເຊຍ ຈະຊ່ວຍ​ໃຫ້ ຫວຽດ​ນາມ ນັບ​ມື້​ນັບ​ດີ​ກ່​ວາ​ອີກ.”


ຂ່າວ/ບົດ​ອື່ນ