ການຮ່ວມມືເສດຖະກິດ ຫວຽດນາມ - ສ. ເຊັກໂກ ຕັ້ງຄວາມຫວັງຕໍ່ສັນຍາ EVFTA

(VOVWORLD) - ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມ ແລະ ສ. ເຊັກໂກ ຕ້ອງມີບາດກ້າວບຸກທະລຸໃນໄລຍະຈະມາເຖິງ

ການຮ່ວມມືເສດຖະກິດ ຫວຽດນາມ - ສ. ເຊັກໂກ ຕັ້ງຄວາມຫວັງຕໍ່ສັນຍາ EVFTA - ảnh 1ກອງປະຊຸມສຳມະນາຢູ່ ສ. ເຊັກໂກ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມ ແລະ ສ. ເຊັກໂກ ຕ້ອງມີບາດກ້າວບຸກທະລຸໃນໄລຍະຈະມາເຖິງ, ເມື່ອສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດ. ນີ້ແມ່ນການແບ່ງປັນຂອງຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາການຮ່ວມມືເສດຖະກິດ ຫວຽດນາມ - ສ. ເຊັກໂກ ເຊິ່ງຈັດຕັ້ງໃນວັນທີ 5 ທັນວາ ຢູ່ນະຄອນຫຼວງ ປຣາຮາ, ໂດຍດຶງດູດການເຂົ້າຮ່ວມຂອງເຈົ້າໜ້າທີ່ຈາກບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ ສ. ເຊັກໂກ ປະມານ 100 ຄົນ.

        ຕາມທ່ານ ໂຮ່ມິນຕ໊ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເຊັກໂກ ແລ້ວ, ຝ່າຍ ຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຄືຈັດຕັ້ງກອງປະຊຸມສຳມະນາ ຫຼື ລາຍການສົ່ງເສີມການຄ້າ - ການລົງທຶນ - ການທ່ອງທ່ຽວປະຈຳປີຢູ່ ສ. ເຊັກໂກ. ນອກຈາກອັບເດັດສະພາບການດ້ານເສດຖະກິດສັງຄົມ ແລະ ແນະນຳທ່າແຮງໃນການສົ່ງອອກ ຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ແລ້ວ, ການໂຄສະນາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA) ເຖິງຄູ່ຮ່ວມມື ເຊັກໂກ ກໍ່ໄດ້ໃຫ້ບຸລິມະສິດແຖວໜ້າ:

        “ມື້ນີ້, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍກະຊວງຂະແໜງການ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ດ້ານໜຶ່ງພວກຂ້າພະເຈົ້າໄດ້ແນະນຳໃຫ້ເຂົາເຈົ້າເພື່ອເຂົ້າໃຈແຈ້ງກ່ຽວກັບເນື້ອໃນຂອງສັນຍາ, ພ້ອມກັນນັ້ນ ເຂົາເຈົ້າກໍ່ໜູນຊ່ວຍພວກເຮົາອອກສຽງເວົ້າລວມ ຕໍ່ລັດຖະບານ ແລະ ລັດຖະສະພາ ເຊັກໂກ. ຜ່ານນັ້ນ ເຮັດແນວໃດເພື່ອຊຸກຍູ້ວິວັດການລົງນາມ ແລະ ຜັນຂະຫຍາຍສັນຍານີ້ຍິ່ງໄວ້ກໍ່ຍິ່ງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ