ການາດາ ປາດຖະໜາຢາກສືບຕໍ່ຮ່ວມມື,ລົງທຶນກັບ ຫວຽດນາມ

(VOVWORLD) - ວັນທີ 17 ພຶດສະພາຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Ping Kitnikone, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສສ ຫວຽດນາມ. 
ການາດາ ປາດຖະໜາຢາກສືບຕໍ່ຮ່ວມມື,ລົງທຶນກັບ ຫວຽດນາມ - ảnh 1ທ່ານນາງ Ping Kitnikone ແລະ ທ່ານ ຫງວຽນທ້ຽນເຍີນ  

ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ຮັກສາການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຫຼາຍຝ່າຍ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ພ້ອມທັງປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງຮອບດ້ານ, ເລິກເຊິ່ງກ່ວາອີກ, ເພື່ອຜົນປະໂຫຍດຂອງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານ ຫງວຽນທ້ຽນເຍີນ ຫວັງວ່າ ການາດາ ສືບຕໍ່ສະຫງວນ ODA ໃຫ້ແກ່ ຫວຽດນາມ ແລະ ຢັ້ງຢືນວ່າ ອາຍຸການຂອງທ່ານນາຍົກລັດຖະມົນຕີ Trudeau ແມ່ນກາລະໂອກາດສຳຄັນເພື່ອໃຫ້ 2 ປະເທດເພີ່ມທະວີຢ່າງແຮງໃນການພົວພັນຮ່ວມມື, ມິດຕະພາບຕາມທິດແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ.

        ສ່ວນທ່ານນາງ Ping Kitnikone, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ສສ ຫວຽດນາມ ຫວັງວ່າ ຫວຽດນາມ ຈະສ້າງເງື່ອນໄຂໃຫ້ວິສາຫະກິດ ການາດາລົງທຶນ ຢູ່ ຫວຽດນາມ, ພິເສດແມ່ນໃນບາງຂົງເຂດ ເຊິ່ງຫວຽດນາມ ພວມແກ້ໄຂຄື: ມົນລະພິດສິ່ງແວດລ້ອມ, ນ້ຳທະເລຊຶມເຂົ້າ, ປັບປຸງຄຸນນະພາບອາກາດ…

ຕອບກັບ

ຂ່າວ/ບົດ​ອື່ນ