ການາດາ, ຫວຽດນາມ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືອັນດີງາມ

ການາດາ, ຫວຽດນາມ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືອັນດີງາມ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ຫງວຽນ​ດຶກ​ຮ່​ວາ
(ພາບ​ປະ​ກອບ: TTXVN)

(vovworld) - ​ວັນ​ທີ 09/02, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ຫງວຽນ​ດຶກ​ຮ່​ວາ, ໄດ້​ເຂົ້າຍືນ​ສານ​ຕາ​ຕັ້ງ​ຕໍ່​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ກາ​ນາ​ດາ David Johnston ຢູ່​ນະ​ຄອນ​ຫຼວງ Ottawa. ທີ່​ການ​ຕ້ອນ​ຮັບ, ຜູ້​ມີ​ອຳ​ນາດ​ເຕັມ​ກາ​ນາ​ດາ David Johnston ປາດ​ຖະ​ໜາ​ວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ດຶກ​ຮ່​ວາ ຈະ​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ການ​ສ້າງ​​ສາຍ​ພົວ​ພັນ​ລະ​ຫວ່າງ​ກາ​ນາ​ດາ ແລະ ຫວຽດ​ນາມ ຍິ່ງກວ່າ​ອີກ. ຜູ້​ມີ​ອຳ​ນາດ​ເຕັມ​ກາ​ນາ​ດາ David Johnston ກໍ​ສະ​ແດງ​ຄວາມ​ຫວັງ​​​ຕໍ່​ອະ​ນາ​ຄົດ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກາ​ນາ​ດາ - ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ພົບ​ປະ​ເຈ​ລະ​ຈ​າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ດຶກ​ຮ່ວາ ສະ​ແດງ​ຄວາມ​ເປັນ​ກ​ຽດ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ຢູ່​ກາ​ນາ​ດາ ແລະ ຢືນ​ຢັນ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ ນັ້ນ​ແມ່ນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ຍູ້​ແຮງ​ການ​ພົວ​ພັນ 2 ຝ່າຍ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ.

ຂ່າວ/ບົດ​ອື່ນ