ການາດາແລະອາຊຽນຊຸກຍູ້ການພົວພັນຄູ່ຮ່ວມມື

(VOVWORLD) -ການເຈລະຈາອາຊຽນ - ການາດາ ຄັ້ງທີ 16 ຖືກດຳເນີນໃນລະຫວ່າງວັນທີ 25 – 26 ມີນາ, ຢູ່ນະຄອນຫຼວງ Ottawa, ປະເທດການາດາ. ນີ້ແມ່ນກອງປະຊຸມປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ໃນຂອບເຂດການເຈລະຈາການາດາ - ອາຊຽນ

ເພື່ອແນໃສ່ສຳຫຼວດກວດຄືນສະພາບການ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ 2 ຝ່າຍ, ພ້ອມທັງແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທີ່ການເຈລະຈາ, 2 ຝ່າຍຢືນຢັນວ່າ ຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງສະໝ່ຳສະເໝີ ໃນທັງ 3 ເສົາຄ້ຳ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ຕ້ານການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແຮງງານອົບພະຍົບ… 2 ຝ່າຍໄດ້ເຫັນດີສະໜັບສະໜູນລະບົບການຄ້າຫຼາຍຝ່າຍສາກົນເປີດກວ້າງ, ມີຄວາມຍຸຕິທຳ, ໂດຍອີງໃສ່ລະບຽບກົດໝາຍ; ສືບຕໍ່ປຶກສາຫາລືກ່ຽວກັບຄວາມສາມາດສ້າງສັນຍາການຄ້າເສລີ (FTA) ອາຊຽນ - ການາດາ.

        ກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບແງ່ຫວັງໃນການພັດທະນາເສດຖະກິດທົ່ວໂລກ ແລະ ບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ. ການາດາ ສະໜັບສະໜູນຫຼັກໝັ້ນ ແລະ ຫຼັກການຂອງອາຊຽນ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງການສະໜັບສະໜູນການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ຫັນເປັນການທະຫານ, ຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ