ການາດາໜູນຊ່ວຍຈຳນວນເງິນ15ລ້ານUSDຊ່ວຍວິສາຫະກິດຫວຽດນາມເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ

ການາດາໜູນຊ່ວຍຈຳນວນເງິນ15ລ້ານUSDຊ່ວຍວິສາຫະກິດຫວຽດນາມເພື່ອຫລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ - ảnh 1
ທ່ານ Stephan Dion ແລະ ທ່ານ  ​ເຈີ່ນ​ຮົ່ງຮ່າ
(ພາບ: baotainguyenmoitruong.vn)
(vovworld) – ວັນ​ທີ 5/9, ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ ​ເຈີ່ນ​ຮົ່ງຮ່າ ທີ່​ສຳນັກງານ​ກະຊວງ​ຊັບພະຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ Stephan Dion, ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ ​ໃຫ້​ຮູ້​ວ່າ: ກາ​ນາ​ດາ ຈະ​ໜູນ​ຊ່ວຍ​ຈຳນວນ​ເງິນ 15 ລ້ານ USD ຊ່ວຍ​ໃຫ້​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ໜ້ອຍ​ຂອງ ຫວຽດນາມ ທີ່ມີ​ຫົວຄິດ​ປະດິດ​ສ້າງ​ໃນການປ່ຽນ​ໃໝ່, ກໍ່​ຄື​ເຕັກ​ໂນ​ໂລ​ຢີ​ເພື່ອ​ຫລຸດຜ່ອນ​ອາຍ​​ແກັດ​​ເຮືອນ​ແກ້ວ. ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Stephan Dion ຖື​ວ່າ: ຫວຽດນາມ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຫວັງ​ວ່າ ກາ​ນາ​ດາ ອາດ​ຈະ​ໜູນ​ຊ່ວຍ ຫວຽດນາມ ​​ແກ້​ໄຂ​ບັນດາ​ສິ່ງ​ທ​້າທາຍ​ນີ້. ສ່ວນ​ທ່ານ​ລັດຖະມົນຕີ ​ເຈີ່ນ​ຮົ່ງ​ຮ່າ ສະ​ເໜີ​ໃຫ້ ກາ​ນາ​ດາ ສືບ​ຕໍ່​ເຂົ້າຮ່ວມ​ລາຍການ​ໜູນ​ຊ່ວຍ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຢູ່ ຫວຽດນາມ ​ໄລຍະ 2016 – 2020, ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​​​ໂຄງການຄາດ​ຄະ​ເນ​ປະກອບສ່ວນ​ໃຫ້​ປະ​ເທດ​ຊາດ​ຕັດສິນ​ໃຈ​ດ້ວຍຕົນເອງ​ ແລະ ຜັນ​ຂະຫຍາຍ​ການປະຕິບັດ​ຂໍ້​ຕົກລົງ ປາຣີ, ບຸລິມະສິດ​ບັນດາ​ວິທີ​ການ​ຫລຸດຜ່ອນ​ສິ່ງ​​ເສດ​ເຫຼືອ, ຄວບຄຸມ​ສິ່ງ​​ເສດ​ເຫຼືອ.


ຂ່າວ/ບົດ​ອື່ນ