ການເຄື່ອນໄຫວຂອງ Festival Hue 2012

ການເຄື່ອນໄຫວຂອງ Festival Hue 2012 - ảnh 1
“ ງານ​ບຸນສະ​ແດງ​ເສື້ອ​ຍາວ ” ດ້ວຍ​ຫົວ​ຂໍ້ “ດອກ​ບົວ​ໃນ​ສິ​ລະ​ປະ​ແຕ້ມ​ຮູບ”
(ພາບ: dantri.com)

( vovworld ) –   ​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ Festival Hue 2012, ຕອນ​ເຊົ້າ​ວັນ​ທີ 11/4, ຢູ່ສະໜາມ​ຫຼວງ Ngo Mon ​ໄດ້​ຈັດ​ງານ​ມະ​ໂຫ​ລານ ປອຍ​ວ່າວສາກົນດ້ວຍ​ຫົວ​ຂໍ້ “ບັນດາ​ປີກ​ປິນຫວຽດນາມ ຄັ້ງ​ທີ 7”. ​ແລະກໍ​ໃນ​ຕອນ​ແລງວັນ​ດຽວ​ກັນ,​ ຢູ່​ບັນດາ​ສະຖານ​ທີ່​ປູຊະນີຍະສະ​ຖານຂອງ​​ກຸງ​ເກົ່າ Hue, ​ໃນ​ບັນດາ​ເສັ້ນ​ທາງ​ຂອງ​ນະຄອນ Hue ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອ​ນໄ​ຫວຢູ່​ທ້ອງຖະໜົນຫົນທາງ, ບ່ອນ​ທີ່​ບັນດາ​ຄະ​ນະສິລະ​ປະທັງ​ຂອງພາ​ຍ​ໃນ ​ແລະ ຕ່າງປະ​ເທດສະ​ແດງ​ຮັບ​ໃຊ້ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ. ​ໃນ​ເວລາ 20 ​ໂມງຢູ່​ປູຊະນີຍະສະ​ຖານ Bia Quoc Hoc ​ເຫ້ວ ​ໄດ້​ຈັດ​ຄໍ່າ​ຄືນ​ທີ່​ສອງ​ຂອງ “ ງານ​ບຸນສະ​ແດງ​ເສື້ອ​ຍາວ ” ດ້ວຍ​ຫົວ​ຂໍ້ “ດອກ​ບົວ​ໃນ​ສິ​ລະ​ປະ​ແຕ້ມ​ຮູບ ”.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ຄໍ່າ​ວັນ​ທີ 10/4, ຢູ່ Nghinh Thuong Dinh, ​ແຄມ​ແມ່​ນ້ຳ ​ເຮືອງ ຂອງ​ນາ​ຄອນ​ເຫ້ວ, ​ໄດ້​ດຳ​ເນີນ “ງານ​ບຸ​ນຕີ​ກອງ ​ແລະ ​ເຄື່ອງ​ດົນຕີ​ສາກົນ”. ດ້ວຍ​ຫົວ​ຂໍ້​ເຊີດ​ຊູຄວາມ​ສະຫງ່າ​ອົງອາດ​ຂອງ​ຊາດ​ຫວຽດນາມ​ຜ່ານສຽງ​ກອງ, ລາຍການ​​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງ​ດ້ານ​ສິລະ​ປະ​ດົນຕີ​ຜ່ານ​ສຽງກອງ​ ແລະ ເຄື່ອງ​ດົນຕີທີ່​ມາ​ຈາກ​​ແຫ່ງ​ຕ່າງ​ໆ​ຢູ່ພາຍ​ໃນປະ​ເທດ ​ແລະ ຕ່າງປະ​ເທດ. ນັກ​ສິ​ລະ​ປິນ Le Quy Duong, ກັມກັບການສະແດງ​ໃຫ້​ຮູ້​ວ່າ.

“ ງານ​ບຸນ​ຈະ​ນຳ​ມາ​ໃຫ້​ມວນ​ຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ຮັບ​ຊົມ​ສິ່ງ​ທີ່​ຍອດ​ຍິ່ງ​ດ້ານ​ສິລະ​ປະ ​ແລະ ອຸ​ດົມ​ສົມ​ບຸນ​ຂອງ​ຊາວ​ຫວຽດນາມ. ສຽງ​ກອງ​ຕິດ​ພັນ​ກັບ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດນາມ, ຕິດ​ພັນ​ກັບດິນ​ຟ້າ​, ຕິ​ດພັນ​ກັບຄວາມ​ມຸ້ງ​ຫວັງຂອງ​ມະນຸດ... ເພາະສະ​ນັ້ນ​ສິ່ງ​ດັ່ງກ່າວ​ຈະສ້າງ​ຄວາມ​ປະ​ທັບ​ໃຈໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຮ່ວມ Festival Hue ປີ 2012 ນີ້. ​

 

ຂ່າວ/ບົດ​ອື່ນ