ການເຄື່ອນໄຫວຂອງ ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຢູ່ອີນເດຍ

ການເຄື່ອນໄຫວຂອງ ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ຢູ່ອີນເດຍ - ảnh 1
ການເຄື່ອນໄຫວຂອງທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Thien Nhan ຢູ່ອີນເດຍ
( ພາບ: nguyenthiennhan.net )


( vovworld ) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ອີນ​ເດຍ, ລະຫວ່າງ​ວັນ​ທີ 28 – 29/3, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Thien Nhan ນຳ​ໜ້າ, ​ໄດ້​ມີ​ບັນດາ​ການ​ເຮັດ​ວຽກ​ກັບບັນດາ​ອົງການ​ລັດຖະບານ, ມະຫາວິທະຍາ​ໄລ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ອີນ​ເດຍ ຫຼາຍ​ແຫ່ງ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຫຼາຍ​ກວ່າ​ອີກ. ​ເຮັດ​ວຽກ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອີນ​ເດຍ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Thien Nhan ​ໄດ້​ສະ​ແດ​ງຄວາມ​ປາຖະໜາ​ວ່າ ຫວຽດນາມ ​ແລະ ອີນ​ເດຍ ​ເພີ່ມ​ທະວີ​ການສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ຢູ່​​ໃນລະດັບ​ຊາດ​ໃນ​ບາງ​ຂົງ​ເຂດ​ຮັບ​ບຸລິມະສິດ​ຄື ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ເຕັກ​ໂນ​ໂລ​ຊີ nano, ເຕັກ​ໂນ​ໂລ​ຊີຊີວະ​ພາບ ​ແລະ ມະຫາ​ສະ​ມູດ​ວິທະຍາ, ໄປ​ຢ້ຽມຢາມ​ ແລະ ​ເຮັດ​ວຽກກັບ​ມະຫາວິທະຍາ​ໄລ​ສັງ​ລວມ Dehli, ​ເຊິ່ງ​​ເປັນມະຫາວິທະຍາ​ໄລ​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ອີນ​ເດຍ, ການ​ນຳ​ບາງມະຫາວິທະຍາ​ໄລ​ຂອງ​ຫວຽດນາມ ​ຕິດຕາມ​ຄະນະ​ໄດ້​ສະ​ເໜີ​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບມະຫາວິທະຍາ​ໄລ​ສັງ​ລວມ Dehli ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ Nano, ຊີວະ​ພາບ, ອີນ​ເດ​ຍວິທະຍາ ແລະ ຄົ້ນຄວ້າ​ກ່ຽວ​ກັບ​ສາສະໜາ​ພຸດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ກໍ​ມີ​ການ​ເຈລະຈາ​ກັບ​ທ່ານ Kapik Sibal ​ລັດຖະມົນຕີ​ກະຊວງຊັບພະຍາ​ກອນ​ມະນຸດ ​ແລະ ພັດທະນາ, ທັງ​ເປັນ​ລັດຖະມົນຕີ​ກະຊວງສື່ສານ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ອີນ​ເດຍ. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ບົດ​ບັນ​ຖືກ​ຊ່ວຍ​ຈຳ 9 ສະບັບ ກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ​ໃນ​ກະສິກຳ, ຮ່ວມ​ມື​ຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ Nano, ການ​ຮ່ວມ​ມື​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ, ຄົ້ນຄວ້າອີນ​ເດ​ຍວິທະຍາ ​ແລະ ຫວຽດນາມວິທະຍາ ຢູ່​ທີ່​ແຕ່ລະ​ປະ​ເທດ…

        ກ່ອນ​ໜ້າ​ນັ້ນ, ທ່າ​ນຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ຜູ້​ນຳ Mahartma Gandi ຢູ່ Niudehli, ​ໄປ​ຢ້ຽມຢາມສະຖານທູດ​ຫວຽດນາມ ປະຈຳ​ອີນ​ເດຍ, ​ໂອ້​ລົມ​ກັບ​ພະນັກງານ ພາລະ​ກອນ​ສະຖານທູດ, ບັນດາ​ອົງການ​ຕາງຜູ້ໜ້າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີນ​ເດຍ, ພະສົງ​ສະມະ​ເນັນ, ພະນັກງານ​ຫວຽດນາມ ພວມ​ຮໍ່າຮຽນຢູ່​ອີນ​ເດຍ.
ຂ່າວ/ບົດ​ອື່ນ