ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢູ່ນອກ IPU 140

(VOVWORLD) -ວັນທີ 07 ເມສາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ IPU 140, ເຊິ່ງຖືກຈັດຂຶ້ນຢູ່ໂດຮາ, ປະເທດກາຕາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ມີການພົບປະເຈລະຈາກັບການນຳບາງປະເທດ.

ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢູ່ນອກ IPU 140 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະເຈລະຈາກັບ

ທ່ານນາຍົກລັດຖະມົນຕີກາຕາ Abdullah bin Nasser bin Khalifa Al Thani

(ພາບ: daibieunhandan.vn)

ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີກາຕາ Abdullah bin Nasser bin Khalifa Al Thani, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບກາຕາ ໃນບັນດາຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ; ຫວັງວ່າ, ທ່ານນາຍົກລັດຖະມົນຕີກາຕາ ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ.

        ໂດຍສະແດງຄວາມເຫັນດີເປັນເອກະພາບກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີກາຕາ Al Thani ເນັ້ນໜັກວ່າ, 2 ປະເທດຄວນປັບປຸງ ແລະ ເພີ່ມທະວີການພົວພັນ 2 ຝ່າຍໃນບັນດາຂົງເຂດການລົງທຶນ, ການຄ້າ. ກ່ຽວກັບການຮ່ວມມືດ້ານແຮງງານ, ທ່ານນາຍົກລັດຖະມົນຕີກາຕາ ປາດຖະໜາວ່າ, ຈະມີຄົນງານຫວຽດນາມ ໄປເຮັດວຽກຢູ່ກາຕາ ຫຼາຍກວ່າອີກໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ໃນນັ້ນມີຂົງເຂດສາທາລະນະສຸກ.

        ທີ່ການພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານ Wesley W.Simina, ປະທານສະພາແຫ່ງຊາດສະຫະພັນ Micronesia, ຊີ້ແຈ້ງວ່າ, Micronesia ຍາມໃດກໍ່ຢາກເພີ່ມທະວີ ແລະ ຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ. ປະທານສະພາແຫ່ງຊາດ 2 ປະເທດ ກໍ່ຢືນຢັນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອົງການສ້າງກົດໝາຍຂອງ 2 ປະເທດ.

        ທີ່ການພົບປະເຈລະຈາກັບທ່ານສະພາແຫ່ງຊາດສີລັງກາ Karu Jayasuriya, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດສີລັງກາ Karu Jayasuriya ໄດ້ເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ຄວນໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ພົບປະເຈລະຈາກັບປະທານສະພາແຫ່ງຊາດ Gruzia; ຕ້ອນຮັບຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ; ໄປຢ້ຽມຢາມ, ເຮັດວຽກກັບພະນັກງານ, ພາລະກອນສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ