ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ ຢູ່ ສ.ເກົາຫຼີ

(VOVWORLD) -ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ບັນດາການນຳ ອາຊຽນ ໄດ້ເຂົ້າຮ່ວມພິທີວາງສີລາລຶກສ້າງນະຄອນອັດສະລິຍະ Eco-Delta ຢູ່ເມືອງ Gangseo, ນະຄອນ Busan (ສ.ເກົາຫຼີ). ນີ້ແມ່ນການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ.
ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ ຢູ່ ສ.ເກົາຫຼີ - ảnh 1ນາຍົກລັດຖະມົນຕີບັນດາປະເທດອາຊຽນ ແລະ ສ.ເກົາຫຼີ ເຂົ້າຮ່ວມພິທີວາງສີລາລຶກສ້າງນະຄອນອັດສະລິຍະ Eco-Delta (ພາບ: TTXVN)

Eco – Delta ຢູ່ Busan ແມ່ນໂຄງການຈຸດສູມແຫ່ງຊາດຂອງ ສ.ເກົາຫຼີ, ໄດ້ຮັບການຜັນຂະຫຍາຍໃນໄລຍະປີ 2019 – 2023, ຄາດວ່າຈະຕອບສະໜອງເຮືອນຢູ່ອາໄສໃຫ້ແກ່ ປະຊາຊົນ 8.500 ຄົນ. ນະຄອນຈະໝູນໃຊ້ບັນດາພື້ນຖານເຕັກໂນໂລຢີທັນສະໄໝຂອງການປະຕິວັດອຸດສາຫະກຳ 4.0 ເພື່ອແນໃສ່ການຮັບໃຊ້ຊີວິດການເປັນຢູ່ໃຫ້ປະຊາຊົນ ຊຸກຍູ້ການເຕີບໂຕ ແລະ ຄຸ້ມຄອງສັງຄົມແບບຍືນຍົງ, ຮັບມືກັບບັນດາສິ່ງທ້າທາຍຂອງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

        ແລະກໍ່ໃນວັນທີ 24 ພະຈິກ, ຢູ່ນະຄອນ Busan, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Park Soo Kwan ຫົວໜ້າກົງສູນໃຫຍ່ກິດຕິມະສັກຫວຽດນາມ ປະຈຳເຂດ Busan – Keangnam.

ຕອບກັບ

ຂ່າວ/ບົດ​ອື່ນ