ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢູ່ຫວຽດນາມ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢູ່ຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ
ໄປ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ແຂວງ ຮ່ວາ​ບິ່ງ

(ພາບ: baobacgiang.com.vn)

(vovworld) -     ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​, ຕອນ​ເຊົ້າ​ວັນ​ທີ 27/12, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ, ພ້​ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ, ລັດ​ລາວ ​ໄດ້​ໄປ​ຢ້ຽມຢາມ​ແຂວງ ຮ່ວາ​ບິ່ງ (ສະຖານ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມກະກ່ຽມ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງພັກ​ປະຊາຊົນປະຕິວັດ​ລາວ​ເມື່ອ​ປີ 1971), ພົບ​ປະ​ສ້າງສັນກັບ​ພະນັກງານ ​ແລະ ປະຊາຊົນ​ໃນ​ແຂວງ ​ແລະ ໂອ້​ລົມ​ສົນທະນາ​ກັບ​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ແຂວງ. ລາຍ​ງານ​​ໂດຍ​ຫຍໍ້ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ແຂວງ​ໃນ​ປີ 2012 ​ແລະ ສາຍ​ພົວພັນມິດຕະພາບ​ລະຫວ່າງ​ແຂວງ​ຮ່ວາ​ບິ່ງ ກັບ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ, ການ​ນຳ​ແຂວງ​ຮ່ວາ​ບິ່ງ​ຊີ້​ແຈ້ງວ່າ; ພ້ອມ​ກັບສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ​ແຂວງ​ຮ່ວາບິ່ງ ມີ​ສາຍ​ພົວພັນ​ແບບ​ພິ​ເສດ​ ​ແລະ ​​ໃກ້ຊິດ​ສະໜິດສະໜົມ​ກັບ​ແຂວງ​ຫຼວງ​ພະ​ບາງ ຂອງ​ລາວ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້ອວຍ​ພອນບັນດາ​ຜົນງານ​ຮອບ​ດ້ານ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ບັນລຸ​ໄດ້​ໃນ​ຊຸມ​ປີ 2012 ຜ່ານມາ ​ແລະ ​ເນັ້ນ​ໜັກ​ວ່າ ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ແຂວງ​ຮ່ວາ​ບິ່ງ ກັບບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​​ເຊິ່ງ​ນັບ​ມື້​ນັບ​ໄດ້​ຮັບ​ການພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກຢ່າງມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​​ແບບພິ​ເສດລະຫວ່າງ​ຫວຽດນາມ - ລາວ.

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢູ່ຫວຽດນາມ - ảnh 2
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ງານລ້ຽງ
(ພາບ: nguyenphutrong.net)

ກ່ອນໜ້ານັ້ນ, ຕອນ​ຄຳ່​ວັນ​ທີ 26/12, ຢູ່​ສູນ​ປະຊຸມ​ສາກົນ, ຮ່າ​​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ພັນ​ລະ​ຍາ ​​ໄດ້ຈັດ​ຕັ້ງ​ງານ​ລ້ຽງ​ຢ່າງ​ສົມ​ກຽດ ​ເພື່ອຄ່ຳນັບ​ຮັບ​ຕ້ອນ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ບັນດາ​ສະມາຊິກ​​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ບົດ​ກ່າວຄຳ​ເຫັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຊີ້​ແຈງ​ວ່າ: ຄວາມ​ຈິງ​ປະຫວັດສາດ​ກ່ວາ​ເຄິ່ງສະຕະວັດ​ຜ່ານ​ມາ​ສະ​ແດງໃຫ້​ເຫັນ​ວ່າ: ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ ​ແມ່ນ​ການ​ພົວພັນ​​ແບ່ງ​ສຸກກ​ແບ່ງ​ທຸກ​ນຳ​ກັນ, ​ໄດ້​ຮັບ​ການ​ກໍ່ຕັ້ງ, ​ເພີ່​ມພູມ​ຄູນ​ສ້າງ​ດ້ວຍ​​ເຫື້​ອ​ແຮງ ​ແລ​ະ ​ເລືອດ​ເນື້ອ​ຂອງ​ການ​ນຳ ​ແລະ​ ປະຊາຊົນ​ຫວຽດນາມ - ລາວ ລຸ້ນຕ່າງໆ ​ແລະ ​ໄດ້​ກາຍ​ເປັນ​ຊັບ​ສົ​ມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ:

“​ເນື່ອງ​ໃນ​ໂອກາດ​ນີ້, ອີກ​ເທື່ອ​ໜຶ່ງ, ​ຕາງໜ້າ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ ​ແລະ ປະຊາຊົນ​ລາວ ບັນດາ​ເຜົ່າ​ອ້າຍ​ນ້ອງ ​ທີ່ຍາມ​ໃດ​ກໍສະຫງວນ​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ ​ໃຫ້​ແກ່​ຫວຽດນາມ ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​​ໂຮມ​ປະ​ເທດຊາດ​ເປັນ​ເອກະ​ພາບ​ກ່ອນ​ນີ້ ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວ ປົກ​ປັກ​ຮັກສາສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ຄື​ດັ່ງ​ຮັກສາ​ແກ້​ວຕາ​ຂອງຕົນ, ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ສາຍ​ພົວພັນ​ນີ້​ອຸດົມສົມ​ບຸນ, ​ເລິກ​ເຊິ່ງ ​ແລະ ນັບ​ມື້​ນັບ​ສະໜິດ​ແໜ້ນ​ຂຶ້ນ​ຕື່ມ.”

ສ່ວນທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ຂໍ​ຂອບ​ອົກ​ຂອບ​ໃຈ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊືນ ຕໍ່​ໝາກຜົນ​ຢ່າງ​ດີງາມ​ຂອງ​ການ​ເຈລະຈາ, ການພົບ​ປະ​ຄັ້ງຕ່າງໆ ​ໃນ​ບັນຍາກາດ​ສະໜິດສະໜົມ​, ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​​ແມ່ນ​ປະກົດ​ການ​ທີ່​ມີ​ຊີດ​ວິດ​ຊີວາ​ກ່ຽວ​ກັບ​ການ​ພົວພັນ​ມິ​ດຕະພາບທີ່​ ເປັນ​ມູນ​ເຊື້ອ, ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ຢືນຢັນ​ວ່າ: ປີ 2012 - ​​ປີ​​ແຫ່ງ​ຄວາມສາມັກຄີ​ມິດຕະພາບ ​ລາວ - ຫວຽດນາມ, ຫວຽດນາມ - ລາວ ​ໄດ້​ສິ້ນ​ສຸດ​ແລ້ວ ​ແຕ່​ວ່າ​ນ້ຳ​ໃຈ​ມິດຕະພາບ​ທີ່​ຍິ່ງໃຫຍ່​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຈະ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ລາວ ​ແລະ ຫວຽດນາມ.

​       
ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢູ່ຫວຽດນາມ - ảnh 3
ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ມີ​ການ​ຢ້ຽມ​ຢາມ​ທະນາຄາ​ນ BIDV
(ພາບ: danviet.vn)

ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ມີ​ການ​ຢ້ຽມ​ຢາມ​ທະນາຄາ​ນການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (ຫຼື BIDV), ສະມາຊິກ​ສະຫະສະມາຄົມບັນດາ​ນັກ​ລົງທຶນ​ຫວຽດນາມ​ຢູ່ ລາວ (ຫຼື AVIL). ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ນັກ​ລົງທຶນ​ຫວຽດນາມ ​ທີ່ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ວິວັດ​ການ​ພັດທະນາ​ເສດ​ຖະກິດ​ຂອງ​ລາວ. ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ລາວ​ຈະ​ສືບ​ຕໍ່​ສະໜັບສະໜູນ​ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ.

     ເນື່ອງໃນໂອກາດນີ້, ບັນດາ​ໜັງສືພິ​ມ​ໃຫຍ່​ຂອງ​ລາວ​ຄື: ໜັງສືພິມ​ປະຊາຊົນ, ໜັງສືພິມ​ກອງທັບ​ປະຕິ​ວັດ, ສຳ​ນັກ​ຂ່າວສານ​ແຫ່ງ​ຊາດ, ​ໂທລະພາບ​ແຫ່ງ​ຊາດ, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ​ໄດ້​ໃຫ້​ຂ່າວຢ່າງ​ຫຼວງຫຼາຍ ​ແລະ ຊົມ​ເຊີຍ​ການ​ຢ້ຽມຢາມ​ຫວຽດນາມ ​ຂອງ​ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ລາວ ແຕ່​ວັນ​ທີ 25 – 28/12. ໜັງສື​ພິມ​ສະບັບ​ຕ່າງໆ, ວິທະ​ຍຸ ຂອງ​ລາວ​ຖື​ວ່າ: ການ​ຢ້ຽມ​ຢາມ​ຫວຽດນາມ​ ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ​ປະກອບສ່ວນເພີ່ມ​ທະວີ​ການ​ຮ່ວມ​ມື, ພັດທະນາ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ, ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ແບ່ງ​ປັນ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ບັນດາການ​ນຳ 2 ປະ​ເທດ​ລ້ວນ​​ແຕ່​ຕີ​ລາຄາ​ສູງ ​ແລະ ມີ​ຄວາມ​ເພິ​ງພໍ​ໃຈ​ຕໍ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຊຶ່ງ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາຈາກ 2 ປະ​ເທດ, ​ເຖິງ​ວ່າ​​ໂລກ​ຍັງມີ​ການ​ປ່ຽນ​ແປງ ​ແລະ ຜັນ​ແປ່​ຢ່າງ​ສັບສົນ. ສຳ​ນັກ​ຂ່າວສານ​ແຫ່ງ​ຊາດລາວ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​​ໂດຍເນັ້ນ​ໜັກ​ວ່າ: ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​, ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ແລະ ຮ່ວມ​ມື ລາວ - ຫວຽດນາມ, ຫວຽດນາມ - ລາວ ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງປະກອບສ່ວນ​ສຶກສາ​ລຸ້ນຄົນ​ຕ່າງໆ​ຂອງ 2 ປະ​ເທດ​ເພື​່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ​ທີ່​ຫາ​ຍາກ​ລະຫວ່າງ 2 ປະ​ເທດ./.



ຂ່າວ/ບົດ​ອື່ນ