ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ ສປປ ລາວ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ ສປປ ລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢ້ຽມ​ຢາມ ຫໍ​ພິ​ພິ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

(vovworld) – ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 26/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ  ໄປ​ຢ້ຽມ​ຢາມ​ແຂວງ ບໍ​ລິ​ຄຳ​ໄຊ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຫວັງ​ວ່າ ແຂວງ ບໍ​ລິ​ຄຳ​ໄຊ ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ, ພິ​ເສດ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈ​ິດ​ໃຈ, ກໍ່​ສ້າງ​ແບບ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ 2 ຝ່າຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ການ​ພົວ​ພັນ 2 ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ມອ​ບ​ກິດ​ຈະ​ກຳ​ໂຮງ​ຮຽນ​ມັດ​ທະ​ຍ​ົມ​ໃຫ້​ແກ່​ແຂວງ ບໍ​ລິ​ຄຳ​ໄຊ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ແຂ​ວງ ບໍ​ລິ​ຄຳ​ໄຊ, ກັບ​ເມືອ​ປະ​ເທດ.

        ກ່ອນ​ໜ້ານັ້ນ, ວັນ​ທີ 25/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ, ອະ​ນຸ​ສາ​ວະ​ລີ​ປະ​ທານ ສຸ​ພາ​ນຸ​ວົງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ເນັ້​ນ​ໜັກ​ວ່າ ປະ​ທານ ໄກ​ສອນ ພົມ​ວິ​ຫານ ເປັນ​ເພື່ອນ​​ຜູ້ສະ​ໜິດ​ສະ​ໜົມ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ, ເປັນ​ຜູ້​ໄດ້​ກໍ່​ຕັ້ງ​ພື້ນ​ຖານ ແລະ ເພີ່ມ​ພຸນ​ຄຸນ​ສ້າງ, ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ກາຍ​ເປັນ​ຊັບ​ສົນ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ນ້ຳ​ໃຈ​ອັນ​ສູງ​ສົ່ງ ​ແລະ ຄຸນ​ງາ​ມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ຂອງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ, ພ້ອມ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ ລາວ ຮັກ​ສາ ແລະ ເພີ່ມ​ພຸນ​ຄຸ​ນ​ສ້າງ​​ຢ່າງບໍ່​ຢຸດຢັ້ງໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ​ໃຫ້ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ຫວຽດ​ນາມ ກໍ່​ໄດ້​ໄປ​ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສາ​ວາ​ລີ​ນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ວຽງ​ຈັນ, ປະ​ເທດ​ລາວ.

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ ສປປ ລາວ - ảnh 2
ໜັ​ງ​ສື​ພ​ິມ​ລາວ ໄດ້​ໃຫ້​ຂ່າວ, ບົດ​ຢ່າງຫຼວງຫຼ​າຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ 

        ຕອນ​ບ່າຍ​ວັນ​ທີ 25/11, ດ້​ໄປ​ຢ້ຽມ​ຢາມ​ທ່ານ ຄຳ​ໄຕ ສີ​ພັນ​ດອນ, ອະ​ດີດ​ປະ​ທານ​ພັກ, ​ປະ​ທານ​ປະ​ເທດ ລາວ ຢູ່​ເຮືອນ​ສ່ວນ​ຕົວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ່​ໄດ້​ໄປ​ຢ​້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ​ສະ​ຖານ​ທ​ູດ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ລາວ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 25/11, ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ທ່ານ ຫງວຽນ​ວັນ​ເນນ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງພັກ ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ຄອບ​ຄົວ​ປະ​ທານ ໄກ​ສອນ ພົມ​ວິ​ຫານ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສີ​ສະ​ຫວາດ ແກ້ວ​ບູນ​ພັນ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ.

        ໃນ​ຊຸມ​ວັນ​ຜ່ານ​ມາ, ໜັງ​ສື​ພິມ​ລາວ​ສະ​ບັບ​ຕ່າງໆໄດ້​ລົງ​ພິມ​ໃນ​ໜ້າ​ທຳ​ອິດ​ບົດ​ນຳ, ຂ່​າວ ແລະ ພາບ​ຕ່າງໆ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ທະ​ວ​ະ​ໄມ​ຕີ ສ​ປ​ປ​ ລາວ ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຂອງ​ພັ​ກ ແລະ ລັດ ຫວຽດ​ນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ. ສື່​ມວນ​ຊົນ​ລາວ ໄດ້​ຢັ້ງ​ຢືນ​ວ່າ: ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ແບບ​ພິ​ເສດ ແລະ ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ໃຫ້​ເລິກ​ເຊິ່ງ​​ຍິ່ງໆ​ຂຶ້ນ.

                                                      


ຂ່າວ/ບົດ​ອື່ນ