ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢູ່ຍີ່ປຸ່ນ

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢູ່ຍີ່ປຸ່ນ - ảnh 1
  ປະທານສະພາຕຳ່ຍີ່ປຸ່ນ Yokomichi Takahiro ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
(vovworld) - ຕອນ​ບ່າຍ​ວັນ​ທີ 3/7, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ຕຳ່ ຍີ່ປຸ່ນ Takahiro Yokomichi. ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ຕຳ່ Yokomichi ​ເນັ້ນ​ໜັກ​ວ່າ: ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຂອງ​ຫວຽດນາມ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ ອາຊີ, ພ້ອມ​ທັງ​ຢືນຢັນ​ວ່າ: ຍີ່ປຸ່ນ ປາຖະໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ພ້ອມ​ກັນ​ພັດ​ທະນາ. ສ່ວນ​ທ່ານ​ຮອງນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Xuan Phuc ກໍ​ສະ​ແດງ​ຄວາມ​ຫວັງວ່າ: ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ຈະ​ສືບ​ຕໍ່​ສະໜັບສະໜູນ​ລັດຖະບານ 2 ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃຫຍ່​ຄື​ການ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ດິນ​ຊະ​ນິດ​ທີ່​ຫາ​ຍາກ ​ແລະ ສ້າງ​ຍຸດ​ທະ​ສາດຮ່ວມ​ມື​ອຸດສາຫະກຳ​ລະຫວ່າງ 2 ປະ​ເທດ​ຮອດ​ປີ 2020.

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນດຽວ​ກັນ, ທ່ານ​ຮອງນາ​ຍົກ​ລັດຖະມົນຕີ​ Nguyen Xuan Phuc ​ໄດ້​ມີ​ການ​ພົບ​ປະ, ​ແລກປ່ຽນ​ຄຳ​ເຫັນ​ກັບ​ລັດຖະມົນຕີ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ (ຫຼື METI) Yukio Edano. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Xuan Phuc ສະ​ແດງ​ຄວາມຫວັງ​ວ່າ: ຍີ່ປຸ່ນ​ ຈະ​ຕັ້ງໜ້າ​ໜູນ​ຊ່ວຍ​ຫວຽດນາມ ພັດທະນາ​ອຸດສາຫະກຳ​ສຳຮ​ອງ, ກໍ່ສ້າງ​ບັນດາ​ເຂດ​ອຸສາ​ຫະກຳລົງ​ເລິກ ຢູ່​ຫາຍ​ຟ່ອງ ​ແລະ ບ່າ​ເຣ້ຍ - ຫວູງ​ເຕົາ​.​..​​ ທ່ານ​ຮອງນາ​ຍົກ​ລັດຖະມົນຕີ​ Nguyen Xuan Phuc  ຕີ​ລາຄາ​ວ່າ: ​ເຖິງ​ວ່າ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ​​ໄດ້ກ່ວາ 21 ຕື້ USD ​ໃນ​ປີ​ກາຍກໍ​ຕາມ ​ແຕ່​ 2 ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ກ່ວາ​ອີກ. ສ່ວນ​ທ່ານລັດຖະມົນຕີ Yukio Edano ຢືນຢັນ​ວ່າ: ຍີ່ປຸ່ນ ຈະ​ໜູນ​ຊ່ວຍ​ຫວຽດນາມ ປະຕິບັດ​ຍຸດ​ທະ​ສາດພັດທະນາອຸດສາຫະກຳຮອດປີ 2020 ແລະ ພັດທະນາພື້ນຖານໂຄງລ່າງ. ທ່ານລັດຖະມົນຕີ Yukio Edano ກໍໃຫ້ຮູ້ວ່າ ວົງການນັກທຸລະກິດ ຍີ່ປຸ່ນ ພວມມີທ່າອ່ຽງ ເພີ່ມທະວີການລົງທຶນຢູ່ຕ່າງປະເທດ, ໃນນັ້ນຫວຽດນາມ ແມ່ນສະຖານທີ່ໄດ້ຮັບຄວາມສົນໃຈ ທີ່ສຸດ.

ຂ່າວ/ບົດ​ອື່ນ