ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 124ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຈິມິນ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 124ປີແຫ່ງວັນຄ້າຍ ວັນເກີດປະທານໂຮ່ຈິມິນ - ảnh 1

ທະ​ຫວາຍ​ທູບ​ທຽນ​ຢູ່ຕາ​ແສງ​ເຊີນ​ດິ້ງ, ​ເມືອງ​ເຊີນ​ຮ່ວາ, ແຂວງ​ຟູ​ອຽນ

(ພາບ: Anh Tuấn/TTXVN

(vovworld)- ​ ບັນດາໜັງສືພິມ​ໃຫ່ຍຂອງ​ຫວຽດນາມ ສະບັບ​ອອກ​ວັນ​ທີ 19/5 ​ໄດ້​ລົງ​ພິມ​ຂ່າວ, ບົດ ​ແລະ ພາບ​ກ່ຽວ​ກັບ​ຊີວິດ, ພາລະກິດ​ການ​ປະຕິວັດ​ຂອງ ປະທານ​ໂຮ່ຈິ​ມິນ. ບົດ​ນຳທີ່​ລົງ​ພິມ​ໃນ​ໜັງ​ສຶພິມ​ເຍິນ​ເຢິນ ​ແປ່​ວ່າ​ປະຊາຊົນ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຍ​ດນາມ ​ດ້ວຍ​ຫົວ​ຂໍ້​ວ່າ: “​ແນວ​ຄິດ​ໂຮ່ຈິ​ມິນ​ບົນ​ເສັ້ນທາງ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເປັນ​ແສງ​ສະຫວ່າງ​ຕະຫຼອດ​ໄປ“ ​ໄດ້​ເນັ້ນໜັກວ່າ: ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ, ທົ່ວ​ພັກ, ທົ່ວ​ກອງທັບ, ທົວປວງ​ຊົນ ສາມັກຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ; ຕັດສິນ​ໃຈ​ສ້າງສາ​ປະ​ເທດ​ຊາດ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ເຂດ​ນ້ຳ​ແດນ​ດິນ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

   ບັນດາການ​ເຄື່ອນ​ໄຫວ​​ສະ​​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ທັງພາຍ​ໃນ ​ແລະ ຕ່າ​ງປະ​ເທດ. ຕອນ​ເຊົ້າວັນ​ທີ 19/5, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ​ໄດ້​ຈັດ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄື​ຍຂ່າຍ​ອິນ​ເຕີ​ແນັດ ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງກົມ​ການ​ເມືອງກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົ​ມບັດປະທານ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

  ກ່ອນ​ໜ້ານັ້ນ, ວັນ​ທີ 18/5, ​ແຂວງ​ຟູ​ອຽນ ​ໄດ້​ຈັດການ​ທະ​ຫວາຍ​ທູບ​ທຽນ​ຢູ່​ຫໍ​ບູຊາ​ປະທານ​ໂຮ່ຈິ​ມິນ ທີ່​ຕາ​ແສງ​ເຊີນ​ດິ້ງ, ​ເມືອງ​ເຊີນ​ຮ່ວາ. ສ່ວນ​ຢູ່​ແຂວງ​ທາຍ​ງວຽນ​ ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ເລື່ອງ “ທ່ານ​ປະທານ​ໂຮ່ຈິ​ມິນ ແມ່ນ​ຄວາມ​ເຊື່ອໝັ້ນ​ແຫ່ງ​ໄຊຊະນະ“.

   ​ໃນ​ຂະນະນັ້ນ, ຢູ່​ຝະລັ່ງ, ຫໍພິພິຕະພັນ​ໂຈ່​ຈິ​ມິນ ສົມທົບ​ກັບ​ສູນວັດທະນະທຳ​ຫວຽດນາມ ຢູ່ຝະລັ່ງ ​ໄດ້​ຈັດ​ງານ​ວາງສະ​ແດງ​​ພາບຖ່າຍ “​ໂຮ່ຈິ​ມິນ​ ກັບ​ມໍລະດົກ​ວັດທະນະທຳ​ຫວຽດນາມ“. ສ່ວນ​ຢູ່ Pretoria, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ຟິຼກກາ​ໃຕ້ ​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ດ້ວຍ​ຫົວ​ເລື່ອງ “ສະ​ເຫຼີ​ມສະຫຼອງ ວັນ​ຄ້າຍວັນ​ເກີດ​ປະທານ​ໂຮ່ຈິ​ມິນ ຄົບຮອບ 124 ປີ ​ແລະ ມຸ້ງ​ໄປ​ເຖິງ​ໝູ່ເກາະຮ່ວາງ​ຊາ-​ເຈື່ອງ​ຊາ ທີ່​ຮັກ​​ແພງ“./.

 

ຂ່າວ/ບົດ​ອື່ນ