ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນຊາດ ຫວຽດນາມ 2/9


ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນຊາດ ຫວຽດນາມ 2/9 - ảnh 1
​(
ພາບ: http://kenh14.vn)

(vovworld) -​​ ​ເນື່ອງ​ໃນ​ໂອກາດ​ສະ​ຫຼີມສະຫຼອງ 69 ປີ​ແຫ່ງ​ວັນຊາດ​ຫວຽດນາມ ຄື​ວັນ​ທີ 2/9, 45 ປີ​ແຫ່ງ​ການ​ປະຕິບັດ​ພິ​​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າວັນ​ທີ 1/9, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ທ່ານ​ປະທານ​ໂຮຈິ​ມິນ ຢູ່​ຫໍພິພິຕະພັນ​ໂຮ່ຈິ​ມິນ ທີ່ນະຄອນ​ໂຮ່ຈິ​ມິນ.

  ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຢູ່ນະຄອນ​ໂຮ່ຈິ​ມິນ ​ຍັງ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ “​ເສີມ​ຂະຫຍາຍ​ນ້ຳ​ໃຈ​ການ​ປະຕິວັດ​ເດືອນສິງຫາ​​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“. ຮູບ​ພາບ​ເກືອບ 200 ​ແຜ່ນ​ໄດ້​ຍົກ​ອອກ​ຜົນງານ​ຂອງ​ທະຫານ ​ແລະ ປຊຊ ທົ່ວ​ປະ​ເທດ​​ເວົ້າລວມ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າສະ​ເພາະໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

  ສ່ວນ​ຢູ່​ແຂວງ​ເຊີນ​ລາ, ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ເມືອງ​ໂມກ​ເຈົາ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນຊາດ​ທີ 2/9 ​​ໂດຍໄດ້​ເລີ່​ມ​ແຕ່​ວັນ​ທີ 31/8-2/9. ທ້າວ​ທ່າວ​ອາ​ໄຊ, ຢູ່​ຕາ​ແສງ​ເວີນ​ໂຮ່, ​ເມືອງ​ໂມກ​ເຈົາ ​ໃຫ້​ຮູ້​ວ່າ:

     “ຊາວເຜົ່າມົ້ງກໍ່ຄືບັນດາຊົນເຜົ່າອື່ນໆມີຫຼາຍວັນບຸນ​​ໃນປີໜຶ່ງ, ​ແຕ່ສະເພາະບຸນ​​ເຕັດເອກະລາດແມ່ນວັນສຳຄັນກ່ວາໝູ່. ​ແຕ່ລະປີ, ຮອດວັນທີ 2/9, ຊາວເຜົ່າມົ້ງໄດ້ມຸ່ງໄປເຖິງເຂດໃຈກາງເມືອງ​, ສ້າງເປັນຂະບວນການຢ່າງຟົດຟື້ນ, ​ແຕ່ມາບັດນີ້, ຫຼາຍຊົນເຜົ່າອື່ນກໍ່ມາເຂົ້າຮ່ວມເພື່ອພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນຊື່ງກັນແລະ ກັນ, ​ເພື່ອພ້ອມກັນພັດທະນາເສດຖະກິດ, ສ້າງສາບ້ານເກີດ​​ເມືອງນອນ“.

ແຂກ​ທ່ອງ​ທ່ຽວມາພາກ​ກາງເພີ່ມ​ຂຶ້ນ​​ໃນ​ໂອກາດ​ວັນຊາດ 2/9

  ໃນ​ໂອກາດ​ວັນຊາດ 2/9, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ພາກ​ກາງ​ໄດ້​ເພີ່ມ​ຂຶ້ນ. ປີ​ນີ້, ການທ່ອງທ່ຽວ​ເຂດ​ທະ​ເລ​ໝູ່​ເກາະ​ຍັງ​ແມ່ນ​ການ​ຄັດ​ເລືອກ​ອັນ​ດັບ 1 ຂອງ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາຍາ​ຈາງ-​ແຄງ​ຮ່ວາ. ຄາດວ່າ, ​ໃນ​ໂອກາດ​ນີ້, ນະຄອນ​ຍາ​ຈາງ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 37.000 ​ເທື່ອ​ຄົນ, ​ໃນ​ນັ້ນ, ​​ແຂກ​ສາກົນເກືອບ 10.000 ​ເທື່ອ​ຄົນ.

ສ່ວນ​ນະຄອນ​ດ່າ​ນັງຄາດ​ວ່າ​ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ກ່ວາ 90.000 ​ເທື່ອ​ຄົນ. ທ່ານ​ເຈິ່ນຈິ​ເກື່ອງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ:

  “ກ່ຽວ​ກັບ​ການທ່ອງທ່ຽວ​ທາງ​ອາກາດ, ກໍ່​ມີ​ບັນດາ​ສາຍ​ການບິນ​ຈາກ​ຕ່າງປະ​ເທດ​ມາ​ດ່າ​ນັງ ​ແລະ ປີ​ນີ້​ກໍ່​ໄດ້​ສ້າງ​ບາງ​ສາຍ​ການບິນ​ໃໝ່​ຈາກຍິ່ປຸ່ນ. ​ເລື່ອງ​ສ້າງ​ບັນດາ​ສາຍ​ການບິນ​ເຫຼົ່ານັ້ນຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ດ່າ​ນັງ ສາມາດ​ຂຸດ​ຄົ້ນ​ໂດຍ​ກົງ​ບັນດາ​ແຫຼ່ງ​ແຂກ​ທ່ອງ​ທ່ຽວ​ຈາກ​ຕະຫຼາດ​ອື່ນໆ​ໃນ​ໂລກ“.

ຊາວ​ຫວຽດນາມ​ອາ​ໄສ​ຢູ່ກຳ​ປູ​ເຈຍສະ​ເຫຼີ​ມສະໜອງ​ວັນຊາດ​ຫວຽດນາມ 2/9

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນຊາດ ຫວຽດນາມ 2/9 - ảnh 2
(ພາບ:
Xuân Khu/Vietnam+)

    ຕອນ​ເຊົ້າວັນ​ທີ 1/9, ສະມາຄົມຊາວ​ຫວຽດນາມ​ ອາ​ໄສ​ຢູ່ນະຄອນ​ພະນົມ​ເປັນ-ກຳ​ປູ​ເຈຍ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອງ​ວັນ​ການ​ປະຕິວັດ​ເດືອນສິງຫາ  ​ແລະ ວັນຊາດ​ຫວຽດນາມ 2/9. ຕາງໜ້າ​ໃຫ້ຊາວ​ຫວຽດນາມ ​ອາ​ໄສ​ຢູ່ກຳ​ປູ​ເຈຍ, ທ່ານ​ຮິງ​ມິ​ງຟູ, ປະທານສະມາຄົມຊາວ​ຫວຽດນາມ​ ອາ​ໄສ​ຢູ່ນະຄອນ​ພະນົມ​ເປັນ ​ເນັ້ນໜັກ​ວ່າ:

   ສະມາຄົມຊາວ​ຫວຽດນາມ​ ອາ​ໄສ​ຢູ່ກຳປູ​ເຈຍ ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ປະ​ເທດ​ຊາດ, ຮຽງ​ບ່າ​ຮຽງ​ໄລ່​ພ້ອມກັບ ປຊຊ ທົ່ວ​ປະ​ເທດ. ປະຈຸ​ບັນ, ປະຊາ​ຄົມ​ຊາວ​ກຳປູ​ເຈ​ຍ ​ເຊື້ອ​ຊາດ​ຫວຽດນາມ ພວມ​ພ້ອ​ມກັບ ປຊຊ ກຳປູ​ເຈຍ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ​ກຳປູ​ເຈຍ ​ໃຫ້​ພັດທະນາ​ຢ່າງ​ວັດທະນາ​ຖາວອນ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບລະຫວ່າງ​ສອງ​ຊາດ​ຫວຽ​ດນາມ ​ແລະ ກຳປູ​ເຈຍ​ຢ່າງໝັ້ນຄົງ“.

ຂ່າວ/ບົດ​ອື່ນ