ການເຄື່ອນໄຫວຕ່າງໆມຸ່ງໄປເຖິງການສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊີນຢູ່ຫວຽດນາມ

ການເຄື່ອນໄຫວຕ່າງໆມຸ່ງໄປເຖິງການສະເຫຼີມສະຫຼອງ55ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊີນຢູ່ຫວຽດນາມ - ảnh 1
ສະມາຄົມຜູ້ປະສົບເຄາະຮ້າຍມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຢູ່ເມືອງ ກູຈີ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ການ​ເຄື່ອນ​ໄຫວຕ່າງໆ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຢູ່ ຫວຽດນາມ (10/8/1961 – 10/8/2016) - ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ໂດຍ​ພົນ​ໂທ ຫງວຽນ​ວັນຣີງ, ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊິນ ຫວຽດນາມ, ​ປະກາດ​ທີ່​ການປະ​ຊຸມຂ່າວ​ຈັດ​ຕັ້ງ​ໃນ​ວັນ​ທີ 7/7, ຢູ່​ຮ່າ​ໂນ້ຍ. ບັນດາ​ການ​ເຄື່ອນ​ໄຫວ​ໂດຍສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊິນ ຫວຽດນາມ ຈັດ​ຕັ້ງ​ເພື່ອ​ມຸ່ງ​ໄປ​ເຖິງການສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິ​ນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ, ​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ທົ່ວ​ປະ​ເທດ​ຄັ້ງ​ທີ 3 ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດສາກົນ “ຕີ​ລາຄາ​ຜົນ​ຮ້າຍ​ຂອງ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ​ໂດຍ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່ ຫວຽດນາມ”. ພິ​ເສດ, ງານ​ຊຸ​ມນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິນາດ​ສະ​ກຳ​ສີ​ສົ້ນ ຢູ່ຫວຽດນາມ  (10/8) ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ 1.000 ຄົນ. ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະ​​ຫລອງ 55 ປີ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ ຢູ່ ຫວຽດນາມ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ທັດສະນະ, ນະ​ໂຍບາຍ​ຂອງ​ພັກ, ລັດ ຫວຽດນາມ ສຳລັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຂອງ​ທາດ​ເຄມີ​ໂດຍກອງທັບ ອາ​ເມ​ລິ​ກາ ນຳ​ໃຊ້​ຢູ່ ຫວຽດນາມ. ພົນ​ໂທ​ ຫງວຽນ​ວັນຣີງ, ປະທານສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊິນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ມີຜູ້​ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ​ 4 ລຸ​້ນຄົນແລ້ວ. ລຸ້ນທີ​ໜຶ່ງ​ແມ່ນ​ລຸ້ນຄົນ​ເຂົ້າ​ຮ່ວມ​ສົງ​ຄາມ​ໂດຍ​ກົງ, ລຸ້ນທີ່​ 2 ​ແມ່ນລູກ​ຂອງ​ເຂົາ​ເຈົ້າ, ລຸ​້ນນີ້ກໍ່ມີຈຳນວນກ່ວາ 100.000 ຄົນ. ​ແລະ​ລຸ້ນທີ​ສາມ​ມີ​ປະມານ 60​.000 70.000 ຄົນ. ສະ​ເພາະ​ລຸ້ນທີ 4, ສະມາຄົມ​ທຸກຂັ້ນ​ໄດ້​ລາຍ​ງານ​ວ່າ​ມີ​ນັບສິບໆ​ຄົນ. ປະຈຸ​ບັນ, ລັດຖະບານ ຫວຽດນາມ ມີ​ຂໍ້​ຕົກລົງ​ວ່າ: ລູກ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ຈະ​ໄດ້​ຮັບ​ຊົມ​ໃຊ້ນະ​ໂຍບາຍ ​ແລະ ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ພິຈາລະນາ​ເພື່ອ​ໜູນ​ຊ່ວຍ​ລຸ້ນຫຼານ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ອີກ.”


ຂ່າວ/ບົດ​ອື່ນ