ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູຫວຽດນາມ 20/11

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູຫວຽດນາມ 20/11 - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ໄປ​ຢ້ຽມຢາມ
ໂຮງຮຽນ​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາຮ່າ​ໂນ້ຍ
(ພາບ: vietnamplus.vn)

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ຄູ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ກະຊວງ, ຄູ​ອາຈານ​ໂຮງຮຽນ​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຮງຮຽນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ມີ​ມູນ​ເຊື້ອ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ສຶກສາ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ ​ແລະ ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ​ໃນ​ພາລະກິດ​ສຶກສາ​ບຳລຸງ​ສ້າງ​ເວົ້າ​ສະ​ເພາະ ​ແລະ ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ​ປະທານ​ປະ​ເທດ Truong Tan Sang, ​ເນັ້ນ​ໜັກ​ວ່າ:

”​ໃນ​ທິດ​ທາງ ​ແລະ ຈຸດໝາຍ​ພັດທະນາ, ຄວນ​ກໍ່ສ້າງ​ໂຮງຮຽນມະຫາວິທະຍາ​ໄລ​ຊັບ​ພະ​ວິຊາຮ່າ​ໂນ້ຍ​ ໃຫ້​ກາຍ​ເປັນ​ສູນ​ບຳລຸງ​ສ້າງ ​ແລະ ຄົ​້ນຄ້ວາ​ວິທະຍາສາດ​ທີ່​ມີ​ອິດ​ທິພົບ​ຊື່​ສຽງ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ​ໃນ​ທິດ​ທາງ​ພັດທະນາ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ. ທາງ​ໂຮງຮຽນ​ຄວນ​ສຸມ​ໃສ່​ພັດທະນາ​ຢ່າງ​ມີ​ຈຸດ​ສຸມ​ບັນດາ​ຂະ​ແໜງ, ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​ແຮງ​ໂດດ​ເດັ່ນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ ​ແລະ ​ແງ່​ຫວັງ​ພັດທະນາ​ຢູ່​ໃນ​ໂລກ. ພ້ອມ​ກັບ​ການ​ພັດທະນາ​ກ່ຽວ​ກັບ​ຂອບ​ຂະໜາດ, ບັນຫາ​ສຳຄັນ​ກວ່າ​ ນັ້ນ​ແມ່ນ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ ​ແລະ ການ​ຄົ້ນ​ຄ້ວາ​ວິທະຍາສາດຢ່າງຮອບດ້ານ”

ທ່ານ​ປະທານ​ປະ​ເທດ​ກໍ່​ໄດ້​ສະ​ເໜີ​ວ່າ, ຈຸດໝາຍ​ສຳຄັນ​ຕົ້ນ​ຕໍ່​ນັ້ນ​ແມ່ນ​ທາງ​​ໂຮງຮຽນ​ຕ້ອງ​ກໍ່ສ້າງ​ຖັນ​ແຖວ​ຄູ​ອາຈານ, ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ທີ່​ມີ​ລະດັບ​ຄວາມ​ຮູ້​ສູງ, ມີ​ຄຸນ​ສົມບັດ​ທີ່​ດີ, ສູ້​ຊົນ​ຫຼໍ່​ຫຼອມ​ກ່ຽວ​ກັບ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ​ມີແບບ​ແຜນ​ດຳລົງ​ຊີວິດ​ທີ່​ດີ, ມີ​ສະຕິ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່ ​ເຊິ່ງພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້.

ກ່ອນໜ້ານັ້ນ,  ວັນ​ທີ 19/11, ຢູ່​​ແຂວງ Hoa Binh, ການ​ນຳ​ແຂວງ​ໄດ້​ມອບ​ໃບຮັບ​ຮອງນາມມະຍົດ​ຄູ​ທີ່​ດີ​ເລີດ ຂອງ​ທ່ານ​ປະທານ​ປະ​ເທດ​ໃຫ້​ແກ່​ບັນດາ​ຄູ​ອາຈານ​ໃນ​ແຂວງ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ການ​ນຳ​ແຂ​ວງ Quang Ngai ​ໄດ້​ໄປ​ຢ້ຽມຢາມອວຍພອນ​ບັນດາ​ໂຮງຮຽນ ​ແລະ​ ​ເອົາໃຈ​ໃສ່​​ວ່າ ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນທຸກ​ຂັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານການ​ສຶກສາ ​ແລະ ລົງທຶນ​ໃຫ້​​ແກ່ພາລະກິດ​ການ​ສຶກສາກ​ວ່າ​ອີກ. ​​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ Ninh Thuan ​ໄດ້​ຈັດການ​ພົບ​ປະ​ໂອ້​ລົມ​ສະ​ເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ຄູ​ຫວຽດນາມ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ 27 ​ໂຮງຮຽນ ​ແລະ ຄູ​ອາຈານທີ່​ດີ​ເລີດ, ບັນດາ​ພະນັກງານ​ຄຸ້ມ​ຄອງຄູອາຈານ​ທີ່​​ໃຫ້ພັກ​ກິນ​ເບຍ​ບຳນານ ​ເຊິ່ງ​ໄດ້​ປະກອບສ່ວນຫຼາຍ​ຢ່າງ​ໃຫ້​ພາລະກິດ​ພັດທະນາ​ການ​ສຶກສາ​ຢູ່​ທ້ອງ​ຖິ່ນ.
ຂ່າວ/ບົດ​ອື່ນ