ການເຄື່ອນໄຫວຕ່າງໆອວຍພອນ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ການເຄື່ອນໄຫວຕ່າງໆອວຍພອນ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ - ảnh 1
ທ່ານຫົວໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ລາວ ປະຈຳ​ນະຄອນ​ໂຮ່ຈິ​ມິນ ແລະ
ທ່ານຫວໍ​ວັນ​ເຖືອ​ງ, ຮອງ​ເລຂາ​ປະຈຳການ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ
ພາບ:Thanh Vũ/TTXVN

(vovworld) –​ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ ລາວ (22/3/1955-22/3/2015),​ ຕອນ​ເຊົ້າ​ວັນ​ທີ 23/3, ຄະນະ​ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ ຫວໍ​ວັນ​ເຖືອ​ງ, ຮອງ​ເລຂາ​ປະຈຳການ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ, ນຳ​ໜ້າ ​ໄດ້​ມາອວຍພອນຫົວໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ລາວ ປະຈຳ​ນະຄອນ​ໂຮ່ຈິ​ມິນ. ທ່ານ ຫວໍ​ວັນ​ເຖືອ​ງ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ກໍ່​ຄື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ ​​ຈະໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຍູ້​ແຮງ​ໃນ​ຫຼາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ