ການເຄື່ອນໄຫວຢູ່ຄ້າຍ ພັກແລ້ງຫວຽດນາມ ປີ 2013

ການເຄື່ອນໄຫວຢູ່ຄ້າຍ ພັກແລ້ງຫວຽດນາມ ປີ 2013 - ảnh 1

ຫຼັກ​ໝາຍ​ເລກທີ 261

(ພາບ:vov5)

(vovworld)- ​​​​ໂດຍ​ສືບ​ຕໍ່​ບັນດາການ​ເຄື່​ອນ​ໄຫວ​ຢູ່​ຄ້າຍ​ພັກ​ແລ້ງ​ຫວຽ​ດນາມ​ປີ 2013, ວັນ​ທີ 15/7, ບັນດາ​ສະມາຊິ​ກ​ໄດ້​ໄປ​ຢ້ຽມຢາມ​ເສົາ​ທຸງຊາດ​ລູ້​ງກູ, ສູນທໍລະນີ​ສາດ​ທົ່ວ​ໂລກ, ​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ ຊື່​ງ​ແມ່ນ​ເຂດ​ດິນ​ຕອນ​ເໜືອ​ສຸດຂອງ​ປະ​ເທດ​​ຊາດ ​ແລະ ສີ້​ນສຸດ​ການ​ຢ້ຽມຢາມ​ແຂວງ​ຮ່າ​ຢາງ.

  ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 14/7, ຄະນະ​ຜູ້​ແທນ​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ດ່ານ​ແທງ​ຖູ​ຍ ​ເມືອງ​ວິ​ຊວຽນ. ຄະນະ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ກ່ຽວ​ກັບ​ວິວັດ​ການ​ສ້າງ​ເສັ້ນຊາຍ​ແດນ ​ແລະ ວິ​ວິການ​ຂີດ​ເສັ້ນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກລະຫວ່າງ​ຫວຽດນາມ-​ຈີນ ​ເວົ້າລວມ ​ແລະ ​ເຂດ​ຊາຍ​ແດນ​ຂອງແຂວງ​ຮ່າ​ຢາງ ຂອງ​ຫວຽດນາມ ​ແລະ ​ແຂວງ​ຢຸນໜານ ຂອງ​ຈີນ ​ເວົ້າສະ​ເພາະ. ທ່ານ​ດິງຊວນ​ທຶກ. ຜູ້​ຊ່ວຍ​​ວຽກ​ງານ​ຊາຍ​ແດນ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ຮ່າ​ຢາງ ​ໃຫ້​ຮູ້​ວ່າ: ວັນ​ທີ 26/7/2002, ຢູ່​ດ່ານ​ແທງ​ຖູ​ຍ-ຮ່າຢາງ-​ຫວຽດນາມ ​ແລະ ທຽນ​ປາວ         -ຢຸນໜານ-​ຈີນ, ສອງ​ປະ​ເທດ​ໄດ້ດຳ​ເນີນ​ການ​ປັກ​ຫຼັກ​ໝາຍຊາຍ​ແດນ​ແຫ່ງ​ຊາດ​ເລກ​ທີ 261. ນີ້​ແມ່ນ​ບາດກ້າວ​ເດີນ​ສຳຄັນ, ​ເປີດ​ສາກ​ໃຫ້ການ​ຜັນ​ຂະຫຍາຍ​ວຽກ​ງານ​ຂີດ​ເສັ້ນ, ປັກ​ຫລັກ​ໝາຍ​ຊາຍແດນ​ໃນພື້ນ​ທີ່​ຕົວ​ຈິງ. ​ເພື່ອນ​​ເຈິ່ນຮ່ວາຍ​ເງິນ, ຢູ່​ມົດ​ສະ​ກູ, ສະຫະພັນລັດ​ເຊຍ ​ເວົ້າວ່າ:

   ”ນ້ອງ​​ເຄີຍ​ຮັບ​ຟັງ​ຜ່ານ​ອິນ​ເຕີ​ເນັດ​, ແຕ່​ເມື່ອ​ມາ​ຮອດ​ຫວຽດນາມ, ນ້ອງ​ເຫັນ​ວ່າ ຂ່າວ​ທີ່​ໄດ້​ຮັບ​ທາງ​ອິນ​ເຕີ​ເນັດ​ອາດ​ຈະ​ບໍ່​ທັນ​ສ່ອງ​ແສງ​ຢ່າງ​ຊັດ​ເຈັນ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຫວຽດນາມ ​ເທື່ອ.​ ນ້ອງ​ເຫັນ​ວ່າ ວຽກ​ງານ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ຢູ່​ຫວຽດນາມ​ ດີ​ພໍ​ສົມ​ຄວນ. ບໍ່​ຄື​ກັບ​ຂ່າວ​ທາງ​ອິນ​ເຕີ​ເນັດ​ວ່າ​ພວກເຮົາ​ຖືກ​ສູນເສຍ​ອະທິປະ​ໄຕ​ສ່ວນ​ໜຶ່ງ ຫລື​ສິ່ງ​ຄ້າຍຄື​ກັນ. ນອ້ງ​ເຫັນ​ວ່າ ຫວຽດນາມ ​ໄດ້​ປົດ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ຕົນ​ເປັນ​ຢ່າງ​ດີ​ທີ່​ສຸດ​ ຊື່​ງປະກອບສ່ວນ​ເຮັດ​ໃຫ້​ນ້ອງ​ເຂົ້າ​ໃຈ​ແຈ້ງ​ບັນດາ​ຂໍ້​ມູນ​ຂ່າວ​ຂອງ​ຫວຽດນາມ ກໍ່​ຄື​ເພີ່ມ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ”.

 

ຂ່າວ/ບົດ​ອື່ນ