ການເຄື່ອນໄຫວສັງຄົມ,ປົກປັກຮັກສາສິ່ງແວດລ້ອມຕ່າງໆຢູ່ Festival ທະເລຍາຈາງ - ແຄ໋ງຮ່ວາ 2017

(VOVWORLD) -ໃນຂອບເຂດ Festival ທະເລຍາຈາງ - ແຄ໋ງຮ່ວາ 2017, ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 10 – 13 ມິຖຸນາ, ຢູ່ນະຄອນ ຍາຈາງ, ມີວິສາຫະກິດ, ຫົວໜ່ວຍ, ອົງການຈັດຕັ້ງຫຼາຍແຫ່ງໄດ້ດຳເນີນບັນດາການເຄື່ອນໄຫວສັງຄົມທີ່ມີຄວາມໝາຍ, ອັນໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງວຽກງານປົກປັກຮັກສາສິ່ງແວດລ້ອມທະເລ, ສ້າງແຫຼ່ງຊັບພະຍາກອນສິນໃນນ້ຳຄືນໃໝ່.

ການເຄື່ອນໄຫວສັງຄົມ,ປົກປັກຮັກສາສິ່ງແວດລ້ອມຕ່າງໆຢູ່ Festival ທະເລຍາຈາງ - ແຄ໋ງຮ່ວາ 2017 - ảnh 1

ການເຄື່ອນໄຫວສັງຄົມ,ປົກປັກຮັກສາສິ່ງແວດລ້ອມຕ່າງໆ

ຢູ່ Festival ທະເລຍາຈາງ - ແຄ໋ງຮ່ວາ 2017 

(ພາບ: ktv.org.vn)

ບໍລິສັດ ອ໋ຽນສ່າວແຄ໋ງຮ່ວາ ໄດ້ປ່ອຍປາພັນ 10.000 ກວ່າໂຕ ລົງເຂດທະເລ, ທີ່ຂຶ້ນກັບເກາະ ແອ່ນ ດົງຕ່ຳ ຂອງອ່າວ ຍາຈາງ. ການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ສ້າງແຫຼ່ງສິນໃນນ້ຳຕື່ມອີກ ຫາກຍັງປະກອບສ່ວນໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ ແລະ ນັກທ່ອງທ່ຽວໃນວຽກງານປົກປັກຮັກສາສິ່ງແວດລ້ອມທະເລເຂດອ່າວ ຍາຈາງ.

        ທີ່ງານບຸນກາເຟ ເມຈາງ, ດ້ວຍຫົວຂໍ້ວ່າ “ມະຫາສະມຸດຂຽວ - ກາເຟສະອາດ”, ບໍລິສັດຫຸ້ນສ່ວນກາເຟ ເມຈາງ ໄດ້ມອບທຶນການສຶກສາ 20 ກວ່າທຶນ, ແຕ່ລະທຶນມີມູນຄ່າ 2 ລ້ານດົ່ງ ໃຫ້ນັກຮຽນເກັ່ງເຊິ່ງແມ່ນລູກຫຼານຊາວປະມົງຢູ່ນະຄອນຍາຈາງ; ມອບລົດຖີບ 15 ຄັນໃຫ້ນັກຮຽນທຸກຍາກແຕ່ຜ່ານຜ່າຄວາມຫຍຸ້ງຍາກໄດ້ຢູ່ຕາແສງ ຮ່ວາດົ່ງ, ເມືອງ ໄຕຮ່ວາ, ຂຶ້ນກັບແຂວງ ຟຸ໋ອຽນ, ເພື່ອຊ່ວຍໃຫ້ພວກນ້ອງມີເງື່ອນໄຂດີກວ່າໃນສົກຮຽນໃໝ່ທີ່ຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ