ການເຄື່ອນໄຫວສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ

  ການເຄື່ອນໄຫວສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ   - ảnh 1
ງານບຸນບ້ານແຊນຖືກຈັດຂຶ້ນຢູ່ເມືອງນາມດານ ແຂວງເງະອານ
(ພາບ:baonghean)

(vovworld)- ຕອນ​ເຊົ້າ​ວັນ​ທີ 18/5, ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດ ຂອງປະທານໂຮ່ຈິມິນ (19/5/1890 – 19/5/2014), ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວໂຮມ ປະເທດຊາດຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ​ອາ​ໄລ​ຫາ​ປະທານ​ໂຮ​ຈິ​ມິນຢູ່​ເຂດ​ສຸສານຂອງ​ເພິ່ນ. ​ເຂົ້າ​ຮ່ວມ​ໃນ​ຄະນະ​ມີ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ້ຈ້ອງ, ທ່ານ​ປະທານປະ​ເທດຫວຽດນາມ ​ເຈືອງ​ເຕິ້ນຊາງ, ທ່່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ.

      ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນະຄອນ​ວິ​ງ,ແຂວງ​ເງະ​ອານ, ​ໄດ້​ດຳ​ເນີນ​ພິທີ​ໄຂງານ​ປະ​ກວດ​ສຽງ​ເພງ​ບ້ານ​ແຊນຄັ້ງ​ທີ 33 . ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ເມືອງ​ນາມ​ດານ ​ໄດ້​​ເປີດ​ການ​ສາຍຟິມຮູບ​ເງົາ​ກ່ຽວ​ກັບປະທານໂຮ່ຈິມິນ. ສ່ວນຢູ່​ນະຄອນ​ໂຮ່ຈິ​ມິນ, ຕອນ​ເຊົ້າ​ວັນ​ທີ 18/5, ​ໄດ້​ດຳ​ເນີນພິທີ​ປູກ​ລະດົມ​“ວັນ​ບຸນ​ປູກ​ຕົ້ນ​ໄມ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ປະທານໂຮ່ຈິມິນ​ຕະຫຼອດ​ກາລະ​ນານ ປີ 2014”  ນາງ​ເຈີ​ທິ​ແທງ​ຮ່າ ຄູ​ສອນ​ສັງກັດ​ໂຮງຮຽນ​ເຕັກນິກກະ​ສີ​ກຳ​ຊັ້ນ​ກາງ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ : 

   “​ການປູກ​ລະດົມ​“ວັນ​ບຸນ​ປູກ​ຕົ້ນ​ໄມ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ໂຄສະນາ​​ໃຫ້​ແກ່​ຊາວ​ໜຸ່ມ, ນັກຮຽນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຕາມ​ຄຳ​ສັ່ງ​ສອນ​ຂອງປະທານໂຮ່ຈິມິນ ​ເພື່ອ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ເພີ່ມ​ຄວາມ​ສະອາດ​ຂຽວງາມ”

   ​ໃນ​ຂະນະ​ນັ້ນ,ຢູ່ປາຣີປະ​ເທດ​ຝະລັ່ງ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ວາງສະ​ແດງ​ພາບ​ຖ່າຍ“ປະທານໂຮ່ຈິມິນກັບ​ມໍລະດົກ​ວັດທະນະທຳ​ຫວຽດນາມ” . ສ່ວນ​ຢູ່​ປະ​ເທດ​ລາວ, ວັນ​ທີ 17/5, ພະນັກງານພາລະ​ກອນ​​ສະຖານທູດຫວຽດນາມ ປະຈຳ​ລາວ​, ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ລາວ, ນັກ​ສຶກສາ ​ແລະ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ພສມ​ເຄື່ອນ​ໄຫວ​ຢູ່​ລາວ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາປະທານໂຮ່ຈິມິນ​ຢູ່​ເຂດ​ອະນຸສອນ​ສະຖານ​ຂອງ​ເພິ່ນ​ທີ່​ແຂວງ​ຄຳ​ມວນ .
ຂ່າວ/ບົດ​ອື່ນ