ການເຄື່ອນໄຫວສະເຫຼີມສະຫຼອງ 68 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ ວັນທີ 2/9

ການເຄື່ອນໄຫວສະເຫຼີມສະຫຼອງ 68 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ ວັນທີ 2/9 - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 1/9, ຢູ່​ນະຄອນ​ໂຮ່ຈີ​ມິນ, ອົງຄະ​ນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນສະຖາປະນາ​ປະ​ເທດ​ຫວຽດນາມ​ ທີ 2/9. ​ໃນ​ສູນ​ທອນ​ພົດ​ໄຂ​ພິທີ, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນ​ອອກ​ແຮງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທົດ​ສອບ​ສ້າງ​ເປັນ​ໄຊຊະນະ​ຜ່ານ​ໄລຍະ​ການ​ປະຕິວັດ​ຕ່າງໆ. ​ໃນ​ພາລະກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ນະຄອນ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ, ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ. ທ່ານປະທານ​ຄະນະ​ກຳມະການປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ:

        “ພະນັກງານ, ສະມາຊິກ​ພັກ, ກຳມະກອນ​ແຕ່ລະຄົນ​ຂອງ​ນະ​ຄອນ ໝັ້ນ​ໝາຍ​ອອກ​ແຮງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳ​ໃນ​ສາມັກຄີ, ​ເຈດ​ຈຳນົງ​ປະຕິວັດ​ທີ່​ກ້າ​ຄົງ​ອົງອາດ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າທາຍ​ທຸກ​ຢ່າ​ງ, ຍາດ​ໄຊຊະນະ​ໃຫ້​ຫຼາຍ​ກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ນະຄອນ​ໃຫ້​ກາຍ​ເປັນ​ນະຄອນ​ສີວິ​ໄລ, ທັນ​ສະ​ໄໝ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະຕິບັດ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາ​ດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ​ຢ່າງ​ມີ​ໄຊ, ​ເພື່ອກ້າວ​ຂຶ້ນສັງຄົມ​ນິຍົມຢ່າງ​ໝັ້ນຄົງ“.

        ​ໃນ​ໂອກາດ​ນີ້, ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ, ນະຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.  ຢູ່​ແຂວງ​ເລິ​ມດົ່ງ, ການ​ນຳ​ແຂວງ​ໄດ້​ໄປ​ໄຫວ້​ອາ​ໄລ​ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ສຸສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ດ່າ​ລາດ. ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່ບັນດາ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ເອກະລາດ, ​ເສລີພາບ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທາງ​ແຂວງ​ກໍ່​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທີ່​ເປັນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄູນ​ສົມບັດ​ປະທານ​ໂຮ່ຈີ​ມິນ ​ແລະ ສົມທົບ​ກັບ​ແຂວງ​ແຄ໋ງຮ່ວາ​ຈັດ​ງານ​ວາງສະ​ແດງ​ແນະນຳ​ເອກະສານ, ຮູບ​ພາບ, ​ແຜນ​ທີ່​ກ່ຽວ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.
ການເຄື່ອນໄຫວສະເຫຼີມສະຫຼອງ 68 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ ວັນທີ 2/9 - ảnh 2
ພາບປະກອບ

        ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນສະຖາປະນາ​ປະ​ເທດ​ຫວຽດນາມ​ ທີ 2/9 ຍັງດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ຢູ່​ຫຼາຍ​ປະ​ເທດ. ຕອນ​ຄຳ່​ວັນ​ທີ 31/8, ຢູ່​ຫຼວງ​ພະ​ບາງ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ​ໄດ້​ສົມທົບ​ກັບ​ກົງ​ສູນ​ໃຫຍ່​ຫວຽດນາມ​ຈັດ​ຕັ້ງ​ງານ​ລາຕີ​ສະ​ແດງ​ສິລະ​ປະ​ເພື່ອ​ຄຳນັບ​ຊົມ​ເຊີຍ 68 ປີ ​ແຫ່ງ​ວັນຊາດ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ສາຍ​ໃຈ​ຫວຽດນາມ​ - ລາວສວຍ​ສົດ​ງົດ​ງາມ​ຕະຫຼອດ​ໄປ“ ບັນດາ​ບົດ​ເພງ, ວາດ​ຟ້ອນ ​ໄດ້​ຍ້ອງຍໍ​ການ​ນຳ​ສອງ​ປະ​ເທດ​ຫວຽດນາມ - ລາວ, ຍ້ອງຍໍ​ພັກ, ບ້ານ​ເກີດ​ເມືອງ​ນອນ ​ແລະ ສາຍ​ໃຈ​ບໍລິສຸດ​ຜຸດ​ຜ່ອງ​ຫວຽດນາມ - ລາວ. ​ກ່ອນ​ໜ້າ​ນັ້ນ, ໃນ​ງານ​ລ້ຽງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 8 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ທ່ານ ​ເຈິ່ນວັນ​ຕ໋ວນ ຫົວໜ້າ​ສະຖານກົງສູນ​ໃຫຍ່​ຫວຽດນາມ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ສຳຄັນ​ຍິງ​ຂອງ​ວັນຊາດ​ທີ 2/9, ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ຜ່ານ​ແຕ່ລະ​ໄລຍະ​ຕໍ່ສູ້​ສ້າງ​ຊາດ ​ແລະ ຮັກສາ​ປະ​ເທດ​ຊາດ, ກໍ່​ຄື​ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ລາວ​ຍາມ​ໃດ​ກໍ່​ສະຫງວນ​ອາລົມ​ຈິດ​ອັນ​ສະໜິດສະໜົມ​ທີ່​ສຸດ​ໃຫ້​ແກ່​ຫວຽດນາມ.

        ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່ນະຄອນຫຼວງ​ບາງກອກ​ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ຍິ່ງ​ນີ້. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ງອກ​ແອ​ງ ປະທານສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່ນະຄອນຫຼວງ​ບາງກອກ​ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ພິທີ ທີ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ສ້າງ​ຄວາມ​ເຊື່ອ​ໝັ້ນ​​ເພື່ອໃຫ້​​ປະຊາ​ຄົມຊາວ​ຫວຽດນາມ​ອາ​ໄສ​ຢູ່ນະຄອນຫຼວງ​ບາງກອກສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ຂອງ​ຊາດ.

        ຕອນ​ຄຳ່​ວັນ​ທີ 31/8, ສະຖານທູດ​ຫວຽດນາມ​ປະຈຳ​ອີ​ຢີບກໍ່​ຈັ​ດຕັ້ງ​ງານ​ພົບ​ປະ​ສັງ​ສັນ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ​ທີ່​ພວມ​ປະຕິບັດ​ງານ, ຮຳ່ຮຽນ ​ແລະ ອາ​ໄສ​ຢູ່​ອີ​ຢີບ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ຫວຽດນາມ ປະຈຳ​ອີ​ຢີບ​ໃຫ້​ຮູ້​ວ່າ, ພິທີ​ສະ​ເຫຼີ​ມສະຫຼອງ​ວັນຊາດ​ປີ​ນີ້ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອີ​ຢີບ. ທ່ານ​ຢືນຢັນ​ວ່າ ສາຍ​ຄົວ​ພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ບົນ​ພື້ນຖານ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ທາງ​ດ້ານ​ປະຫວັດສາດ, ກໍ່​ຄື​ຄວາມ​ມຸ້ງ​ຫວັງ​ເສລີພາບ, ​ເອກະລາດ​ຂອງ​ແຕ່ລະ​ປະ​ເທດ.

        ​ໃນ​ໂອກາດ​ນີ້​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ບັນດາປະ​ເທດ ສ​ປຈີນ, ສປປລາວ, ລາຊະ​ອານາຈັກ​ກຳປູ​ເຈຍ, ກູ​ບາ, ລັດ​ເຊຍ… ກໍ່​ໄດ້​ຝາກ​ຈົດໝາຍ​ອວຍພອນ​ເຖິງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ​ເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ