ການເຄື່ອນໄຫວສະເຫຼີມສະຫຼອງ 73 ປີແຫ່ງວັນຊາດຫວຽດນາມ 02 ກັນຍາ ຢູ່ຫຼາຍປະເທດໃນໂລກ

(VOVWORLD) -ວັນທີ 30 ສິງຫາ, ສະຖານທູດຫວຽດນາມ ຢູ່ອາຟະລິກາໃຕ້ ໄດ້ຈັດງານລ້ຽງຢ່າງສົມກຽດ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 73 ປີແຫ່ງວັນຊາດປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2018) ແລະ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອາຟະລິກາໃຕ້ (1993 – 2018).

ການເຄື່ອນໄຫວສະເຫຼີມສະຫຼອງ 73 ປີແຫ່ງວັນຊາດຫວຽດນາມ 02 ກັນຍາ ຢູ່ຫຼາຍປະເທດໃນໂລກ - ảnh 1ສະຖານທູດຫວຽດນາມ ຢູ່ອາຟະລິກາໃຕ້ ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນຊາດປະເທດສສ.ຫວຽດນາມ 

(ພາບ: TTXVN)

 ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາ ຫວູວັນຢຸງ ໄດ້ຊີ້ແຈ້ງບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມ, ນັບແຕ່ພາຍຫຼັງເຫດການສຳຄັນຍິ່ງທີ່ປະທານໂຮ່ຈິມິນ ກ່າວຖະແຫຼງການປະກາດເອກະລາດ 02 ກັນຍາ 1945, ສ້າງຂີດໝາຍປະຫວັດສາດ, ນຳຊາດຫວຽດນາມ ກ້າວເຂົ້າສູ່ສັງກະລາດໃໝ່. ທ່ານເອກອັກຄະລັດຖະທູດ ຫວູວັນຢຸງ ໃຫ້ຮູ້ວ່າ, 2 ປະເທດຫວຽດນາມ ແລະ ອາຟະລິກາໃຕ້ ມີການພົວພັນທີ່ເປັນມູນເຊື້ອອັນດີງາມໃນຫຼາຍປີຜ່ານມາ, ໂດຍສືບຕໍ່ການພົວພັນອັນດີງາມນັ້ນ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນເລື່ອງພັດທະນາການພົວພັນທີ່ເປັນມູນເຊື້ອກັບອາຟະລິກາ ໃນຫຼາຍຂົງເຂດແຕກຕ່າງກັນ.

        ຕອນຄ່ຳວັນທີ 30 ສິງຫາ, ຢູ່ເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ, ທ່ານຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳຮົ່ງກົງ ແລະ ມາເກົ້າ ເຈີ່ນແທງຮວນ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນຊາດປະເທດສສ.ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານຫົວໜ້າກົງສູນໃຫຍ່ ເຈີ່ນແທງຮວນ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ… ທ່ານຫົວໜ້າກົງສູນໃຫຍ່ ເຈີ່ນແທງຮວນ ໃຫ້ຮູ້ວ່າ, ພ້ອມກັບທ່າອ່ຽງພັດທະນາອັນດີງາມຂອງການພົວພັນລະຫວ່າງຫວຽດນາມ - ຈີນ, ການພົວພັນລະຫວ່າງຫວຽດນາມ ກັບ ເຂດປົກຄອງພິເສດຮົ່ງກົງ ກໍຄື ມາເກົ້າ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ມີສະຖຽນລະພາບ.

ແລະກໍ່ໃນຕອນຄ່ຳວັນທີ 30 ສິງຫາ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ກໍ່ໄດ້ຈັດງານລ້ຽງຂຶ້ນຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນຊາດປະເທດສສ.ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ສະແດງຄວາມປາດຖະໜາວ່າ ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ແລະກໍ່ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ລັດຖະບານອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ 02 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ