ການເຄື່ອນໄຫວສະເຫຼີມສະຫຼອງ25ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ເກົາຫຼີ

ການເຄື່ອນໄຫວສະເຫຼີມສະຫຼອງ25ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​​ຮິວຈິ໋​
(ພາບ: vietnamplus.vn)

(vovworld) - ​​​​ວັນ​ທີ 08/02, ຢູ່​ນະ​ຄອນ​ຫຼວງ​ເຊີ​ອຸນ ຂອງ​ສ.ເກົາ​ຫຼີ, ສະ​ຖານ​ທ​ູດ​ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ ພ້ອມ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ສ.ເກົາ​ຫຼີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ບັນ​ດາ​ເຫດ​ການ ເຊິ່ງ​ຖືກ​ດຳ​ເນີນ​ໃນ​ປີ 2017 ເພື່ອ​ສະ​ເຫຼີມ​ສະ​ຫຼອງ 25 ປິ​ແຫ່ງວັນ​ສ້າງ​ຕ​ັ້ງ​ການ​ພົວ​ພັນ​ທາງ​ການ​ທູດ 2 ຝ່າຍ (22/12/1992 – 22/12/2017). ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ ປະ​ຈຳ​ສ.ເກົາ​ຫຼີ ຟ້າມ​​ຮິວຈິ໋​ ຊີ້​ແຈ້ງ​ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ 2 ຝ່າຍ​ຢ່າງ​ເປັນ​ທາງ​ການ ກ່ອນນີ້ 25 ປີ​ ແລະ ການ​ພົວ​ພັນ​ນີ້​ບັນ​ລຸ​ໄດ້​ຜົນ​ງານ​ພໍ​ສົມ​ຄວນ​ໃນ​ຫຼາຍ​ຂົງ​ເຂດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ. ພ້ອນ​ກັນ​ນັ້ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຟ້າມ​ຮິວ​ຈິ໋ ກໍ່ເນ​ັ້​ນ​ໜັກ​ວ່າ, ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ສະ​ຖ​ຽນ​ລະ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

        ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ Lee Jeong-gyu ​ໃຫ້​ຮູ້​ວ່າ, ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ ກ​ໍ່​ແມ່ນ​ໂອ​ກາດ​ເພື່ອ​​ໃຫ້ 2 ຝ່າຍຊອກ​​ຫາ​ບັນ​ດາ​​ມາດ​ຕະ​ການ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ນີ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ