ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 2/9 ສືບຕໍ່ຈັດຕັ້ງຫຼາຍປະເທດຕ່າງໆ

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 2/9 ສືບຕໍ່ຈັດຕັ້ງຫຼາຍປະເທດຕ່າງໆ - ảnh 1
ພາບປະກອບ

(vovworld) – ວັນ​ທີ 5/9, ສະຖານທູດ ຫວຽດນາມ ປະຈຳ ລາ​ຊະ​ອານາຈັກ ອັງກິດ ​ແລະ ອາຍ​ແລນ​ເໜືອ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນຊາດ ສສ ຫວຽດນາມ (2/9/1945 – 2/9/2013) ​ແລະ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ ​ແລະ ອັງກິດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ​ເຈົ້າຟ້າ​ຊາຍ Andrew ຢືນຢັນ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອັງກິດ​ພວມ​ພັດທະນາ​ຢ່າງ​ດີງາມ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຍາວ​ນານ​ໃຫ້​​ແກ່​ປະຊາຊົນ 2 ປະ​ເທດ. ຕາມ​​ເຈົ້າຟ້າ​ຊາຍ Andrew ​ແລ້ວ, ປີ 2013 ​ແມ່ນ​ປີ​ພິ​ເສດ​ໃນ​ການ​ພົວພັນ ຫວຽດນາມ - ອັງກິດ, ​ເປັນ​ຂີດ​ໝາຍ 40 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ໄປ​ເຖິງ ອັງກິດ​ໃນ​ການ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ (1913 - 2013). ​ແບ່ງປັນ​ທັດສະນະ​ກັບເຈົ້າຟ້າ​ຊາຍ Andrew, ທ່ານ​ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ອັງກິດ Astor ຕີ​ລາຄາ​ສູງ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ຂອງ ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ຮັກສາ​ສັນຕິ​ພາບ ​ແລະ ຄວາມ​ໝັ້ນຄົງ ກໍ່​ຄື​ຊຸກຍູ້​ການ​ພັດທະນາ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ. ດັ່ງ​ນັ້ນ, ທ່ານ​ປາດ​ຖະໜາ​ຢາ​ກ​ໃຫ້ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດລວມ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກໍ່​ໃນ​ວັນ​ທີ 5/9, ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ​ນະຄອນ San Francisco, ລັດ California, ​ແຫ່ງ​ສະຫະລັດ ອາ​ເມ​ລິ​ກາ, ​ແລະ ອຳ​ນາດ​ການ​ປົກຄອງ​ນະຄອນ San Francisco ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ຊັກ​ທຸງຊາດ ສສ ຫວຽດນາມ ​ແລະ ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2/9. ທ່າ​ນຫົວໜ້າ​ສະຖານກົງສູນ​ໃຫຍ່ ຫງວຽນ​ບ໋າ​ຮູ່ງ ​ແລະ ທ່ານ Mark Chandler, ຜູ້ອຳນວຍການ​ເສດຖະກິດ​ການ​ຕ່າງປະ​ເທດ​ນະຄອນຫຼວງ San Francisco, ​​ເປັນ​ກຽດທີ່ໄດ້​ຊັກ​ທຸງ​ແດງ​ດາວ​ເຫຼືອງ​ຂອງ ຫວຽດນາມ ​ຢູ່​ຕໍ່​ໜ້າ​ຂອງອົງການ​ປົກຄອງ​ນະຄອນ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ San Francisco  ​ໄດ້​ມອບ​ໃຫ້ທ່ານ ຫງວຽນ​ບ໋າຮູ່ງ ຖະ​ແຫຼ​ງການ​ຂອງ​ນະຄ​ອນ San Francisco ​ໂດຍ​ທ່ານ​ເຈົ້າ​ຄອງ​ນະຄອນ Edwin Lee ​ເຊັນ​ດ້ວຍ​ເນື້ອ​ໃນຖະ​ແຫຼ​ງວ່າວັນ​ທີ 2/9/2013 ​ແມ່ນ​ວັນ​ມໍລະດົກ - ມິດຕະພາບ​ອາ​ເມ​ລິ​ກາ - ຫວຽດນາມ ຢູ່​ນະຄອນ ​ແລະ San Francisco.

ຂ່າວ/ບົດ​ອື່ນ