ການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານປ້ອງກັນຊາຍແດນ

ການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານປ້ອງກັນຊາຍແດນ - ảnh 1
ພາບປະກອບ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 54 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ທະຫານ​ປ້ອງ​ກັນຊາຍ​ແດນ (3/3/1959 – 3/3/2013) ​ແລະ 24 ປີ​ແຫ່ງ​ວັນປ້ອງ​ກັນ​ຊາຍ​ແດນ​ທົ່ວ​ປວງ​ຊົນ (3/3/1989 – 3/3/2013), ມີ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຫຼາຍ​ຢ່າງ​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ຕອນ​ຄຳ່​ວັນ​ທີ 2/3, ຢູ່​ນະຄອນ ຮ່າ​ຢາງ, ກອງບັນຊາ​ການ​ທະຫານ​ປ້ອງ​ກັນຊາຍ​ແດນ ​ແຂ​ວງ ຮ່າ​ຢາງ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂໍ້ “ຮ່ວມ​​ແຮງ​ຮ່ວມ​ໃຈກໍ່ສ້າງ​ຊາຍ​ແດນ ຫວຽດນາມ - ຈີນ ສັນຕິພາບ, ມິດຕະພາບ, ຮ່ວມ​ມື, ພັດທະນາ”. ນີ້​ແມ່ນ 1 ​ໃນ​ບັນດາ​ລາຍການ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ໃນໝູ່​ປະຊາຊົນ ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ສືບ​ຕໍ່​ຢັ້ງຢືນ​ອະທິປະ​ໄຕ​ຊາຍ​ແດນ, ໝູ່​ເກາະ ຫວຽດນາມ ​ເຊິ່ງ​ແມ່ນ ​​​ແຜ່ນດິນ​ຂອງ​ປະ​ເທດ ຫວຽດນາມ ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້.

        ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ຢູ່ ​ເມືອງ ດັກ​ມິນ ​ແຂວງ ດັກ​ນົງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາຍ​ແດນ ​ແຂວງ ດັກ​ນົງ ​ກໍ່​ໄດ​້ຈັດ​ຕັ້ງ​ງານ​ລາຕີ “ສາຍ​ໃຈ​ເຂດ​ຊາຍ​ແດນ”. ​ເຊິ່ງ​ໄດ້ສະ​ແດງ​​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຕໍ່​ປະ​ເທດ​ຊາດ, ຊົມ​ເຊີຍ​ພັກ​ກອມ​ມູນິດ ຫວຽດນາມ.

ຂ່າວ/ບົດ​ອື່ນ