ການເຄື່ອນໄຫວສະເຫລີມສະຫລອງວັນແຫ່ງເອກະລາດ ສາທາລະນະລັດ ອິນເດຍ

ການເຄື່ອນໄຫວສະເຫລີມສະຫລອງວັນແຫ່ງເອກະລາດ ສາທາລະນະລັດ ອິນເດຍ - ảnh 1
ພິທີສະ​ເຫລີ​ມສະຫລອງ 65 ປີ ​ແຫ່ງ​ວັນ​ແຫ່ງ​ເອກະລາດ ​ອິນ​ເດຍ
ພາບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 14/8 ຢູ່ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ດຳ​ເນີນ​ພິທີ​            ສະ​ເຫລີ​ມສະຫລອງ 65 ປີ ​ແຫ່ງ​ວັນ​ແຫ່ງ​ເອກະລາດ​ຂອງ ສາທາລະນະ​ລັດ ​ອິນ​ເດຍ (15/8/1947 - 15/8/2012). ນະ​ທີ່​ນີ້ ທ່ານ Abhay Thakur  ຫົວຫນ້າ​ສະ​ຖາ​ນກົງ​ສູນ​ໃຫຍ່ອິນ​ເດຍ ປະຈຳ ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ປີ 2012 ມີ​ຄວາມ​ໝາຍ​ພິ​ເສດ​ ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ, ​ເປັນ​ຂີດ​ໝາຍ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ (1972 - 2012) ​ແລະ 5 ປີ ​ແຫ່ງ​ວັນ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ ( 2007- 2012).  ກ່າ​ວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Huynh Thanh Lap ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ຢືນຢັນ​ວ່າ: ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ເຄົາລົບ​ນັບຖື ​ແລະ ຕີ​ລາຄາ​ການ​ສະຫນັບສະຫນູນ, ການ​ຊ່ວຍ​​ເຫລືອ​ທີ່​ບັນດາ​ເພື່ອນ​ມິດ​           ອິນ​ເດຍສະ​ຫງວນ​ໃຫ້​ແກ່ ຫວຽດນາມ ​ໃນ​ຕະຫລອດ​ສົງຄາມ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ​ແລະ ຈັກກະພັດ​ຮຸກ​ຮານ ​ກໍ​ຄື​ໃນ​ກິດຈະການ​ສ້າງສາ​ປະ​ເທດ​ຊາດປະຈຸ​ບັນ.

​ແລະ​ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ​ສະ​ເຫລີ​ມສະຫລອງ 65 ປີ ​ແຫ່ງ​ວັນ​ເອກະລາດ​ ສ ອິ​ນ​ເດຍ​ເຊັ່ນ​ດຽວກັນ.

 

ຂ່າວ/ບົດ​ອື່ນ