ການເຄື່ອນໄຫວສະໜັບສະໜູນປະຊາຊົນເຂດຖືກນ້ຳຖ້ວມ, ຜູ້ທຸກຍາກຢູ່ ສປປ ລາວ

(VOVWORLD) - ຜ່ານສະພາກາແດງນະຄອນຫຼວງ ວຽງຈັນ, ສະພາກາແດງນະຄອນ ຮ່າໂນ້ຍ ໄດ້ສະໜັບສະໜູນຈຳນວນເງິນ 50 ລ້ານດົ່ງເຂົ້າກອງທຶນແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນເຫດເຂື່ອນກັ້ນນ້ຳ ເຊປຽນ - ເຊນ້ຳນ້ອຍ ຢູ່ແຂວງ ອັດຕະປື ແຕກ

ໃນລະຫວ່າງວັນທີ 22 – 24 ສິງຫາ, ສະພາກາແດງ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວພົວພັນ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງສະພາ ແລະ ໜູນຊ່ວຍຜູ້ທຸກຍາກຢູ່ລາວ. ຜ່ານສະພາກາແດງນະຄອນຫຼວງ ວຽງຈັນ, ສະພາກາແດງນະຄອນ ຮ່າໂນ້ຍ ໄດ້ສະໜັບສະໜູນຈຳນວນເງິນ 50 ລ້ານດົ່ງເຂົ້າກອງທຶນແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນເຫດເຂື່ອນກັ້ນນ້ຳ ເຊປຽນ - ເຊນ້ຳນ້ອຍ ຢູ່ແຂວງ ອັດຕະປື ແຕກ ໃນໄລຍະຜ່ານມາ. ຄະນະໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ 100 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເມືອງ ສັງທອງ; ໜູນຊ່ວຍຈຳນວນເງິນ 90 ລ້ານດົ່ງກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ທ່ານ ບຸນຊູ ອາຍຸ 96 ປີ, ຢູ່ບ້ານ ຫ້ວຍຄຳ, ມີໄລຍະເວລາເປັນທະຫານ ແລະ ຮ່ຳຮຽນຢູ່ ຫວຽດນາມ ແລະ ມອບ ງົວພັນໃຫ້ບັນດາຄອບຄົວທຸກຍາກຢູ່ບ້ານ ຫາດໃຕ້ ຢູ່ເມືອງນີ້.

        ຕອນເຊົ້າວັນທີ 22 ສິງຫາ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດຕັ້ງພິທີບໍລິຈາກເງິນ ສະໜັບສະໜູນພໍ່ແມ່ປະຊາຊົນລາວ ເປັນຜູ້ປະສົບເຄາະຮ້າຍຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື. ຈຳນວນເງິນທັງໝົດນັ້ນຈະໄດ້ຝາກເຖິງຫ້ອງການກຳມະບານກະຊວງການຕ່າງປະເທດ ຫວຽດນາມ ຢູ່ຮ່າໂນ້ຍ ເພື່ອສົ່ງໄປເມືອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ