ການເຄື່ອນໄຫວຫລາຍຢ່າງຫນູນຊ່ວຍຄົນພິການ,ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ

ການເຄື່ອນໄຫວຫລາຍຢ່າງຫນູນຊ່ວຍຄົນພິການ,ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ - ảnh 1
ພາບປະກອບ:sggp.vn


(vovworld)-ວັນ​ທີ 5/8, ສະມາຄົມ​ປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ-​ຍີ່​ປຸ່ນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ແຂວງ ​ເບ​ນ​ແຈ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ຫນູນ​ຊ່ວຍ​ເດັກ​ພິ​ການ​, ຫນູນ​ຊ່ວຍ ​ແລະ ​ປິ່ນປົວ​ເດັກ​ພິການ​ໂດຍ​ໄວ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ. ​ເລື່ອງ​ສ້າງ​ຕັ້ງ​ສູນ​ປົກ​ປ້ອງ​ເດັກ​ພິການ ​ໂດຍ​ສະມາຄົມ​ປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ - ຍີ່​ປຸ່ນ ສະ​ເຫ​ນີກັບ​ແຂວງ ​​ເມື່ອ​ປີ 2013 ດ້ວຍ​ພາລະ​ບົດບາດ​ຕົ້ນຕໍ​ແມ່ນ​ສອນ​ວັດທະນະທຳ, ວິຊາ​ຊີບ ​ແລະ ພົບ​ເຫັນ, ​ປິ່ນປົວ​​ໃຫ້​ເດັກ​ພິການ​ໂດຍ​ໄວ, ສົມທົບ​ກັບ​ເດັກນ້ອຍ, ຄອບຄົວ​​ເພື່ອ​ພົບ​ເຫັນ, ປິ່ນປົວ ​ແລະ ​ໃຫ້​ຄຳ​ປຶກສາ​​ແກ່​ເດັກ​ພິການ​ໂດຍ​ໄວ. ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປິ່ນປົວ​ໃຫ້​ແກ່​ເດັກ​ພິການ​ໂດຍ​ໄວ, ຜູ້ຕາງຫນ້າ​ສະມາຄົມ​ປົກ​ປ້ອງ​ເດັກນ້ອຍ ຫວຽດນາມ - ຍິ່ປຸ່ນ ປາດ​ຖະຫນາ​ຢາກ​ຊ່ວຍ​ເຫລືອ ​ເບ​ນ​​ແຈ ​​ ຈັດ​ຕັ້ງ​ການຝື​ກອົບຮົມ, ບຳລຸງ​ສ້າງ​ໃຫ້​ຄູ​ອາຈານ​ແນະນຳ​ໃຫ້​​ເດັກ​ພິການ ​ແລະ ບັນຫາ​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ