ການເຄື່ອນໄຫວຫລາຍຢ່າງເພື່ອຂຳ່ນັບຊົມເຊີຍວັນມໍລະດົກວັດທະນະທຳຫວຽດນາມ23/11

ການເຄື່ອນໄຫວຫລາຍຢ່າງເພື່ອຂຳ່ນັບຊົມເຊີຍວັນມໍລະດົກວັດທະນະທຳຫວຽດນາມ23/11 - ảnh 1

(vovworld)- ປີ​ນີ້​ແມ່ນ​ປີ​ທີ 9 ຂອງ​ວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມ, ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອຂຳ່ນັບ​ຊົມ​ເຊີຍ​ວັນ​ດັ່ງກ່າວ. ຕອນ​ຄຳ່​ວັນ​ທີ 23/11 ຢູ່ ຮ່າ​ໂນ້ຍ, ງານ​ລາຕີ​ເຊີດ​ຊູ​ມໍລະດົກ​ຂຽວ​ຫວຽດນາມ​ດ້ວຍ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ທີ່​ມີ​ຫົວ​ຂໍ້​ວ່າ: “​ເພື່ອ​ສີຂຽວ​ອະນາຄົດ”, ອັດ​ ສັບປະດາ​ມໍລະດົກ​ຂຽວ ຊື່​ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 19-23/11.  ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນ​ີນ​ໄປ​ໃນ​ໂອກາດ​ນີ້​ແມ່ນ​ແນະນຳ ​ແລະ ​ເຊີດ​ຊູ​ບັນດາ​​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ຢືນຢັນ​ບັນດາ​ຜົນງານ​ແຫ່ງ​ການ​ເສີມ​ຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ, ຄຸນຄ່າ​ບັນດາ​ມໍລະດົກ​ທຳ​ມະ​ຊາດ, ​ສວນ​ມໍລະດົກ​ອາ​ຊຽນ, ປ່າ​ສະຫງວນ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນທີ່ີງານ​ລາຕີ, ທ່ານ ​ເວື​ອງຢີບຽນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:    “​ເພື່ອ​ຫນ່ວຍ​ພິພົບ​ຂຽວ, ​ເພື່ອ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ສ້າງ​ຈຸດ​ວັດທະນະທຳ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ບັນດາ​ມໍລະດົກ​ທຳ​ມະ​ຊາດ, ​ເຂດນິ​ເວດ​ວິທະຍາ, ປ່າ​ສະຫງວນ​ແຫ່ງ​ຊາດ. ອະນຸລັກ​ຮັກສາ​ມໍລະດົກ​ທຳ​ມະ​ຊາດ​ແມ່ນ​ຮັກສາ​ຊີວິດ​ການ​ເປັນ​ຢູ່, ຮັກສາ​ພື້ນຖານ​ວັດທະນະທຳ ​ແລະ ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ພວກ​ເຮົາ.”

ຂ່າວ/ບົດ​ອື່ນ