ການເຄື່ອນໄຫວຫຼາງຢ່າງເພື່ອຄຳນັບຮັບຕ້ອນວັນແມ່ຍິງຫວຽດນາມ20/10

ການເຄື່ອນໄຫວຫຼາງຢ່າງເພື່ອຄຳນັບຮັບຕ້ອນວັນແມ່ຍິງຫວຽດນາມ20/10 - ảnh 1
ພິ​ທີ ​ສະ​ເຫຼີມ​ສະ​ຫຼອງ ວັນ​ສ້າງ​ຕັ້ງ​ສ​ະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຄົບ​ຮອບ 86 ປີ
ແລະ ມອບ​ລາງວັນ ແມ່​ຍິງ​ຫວຽດ​ນາມ ປີ 2016
(ພາບ: TTXVN)


(vovworld)- ​ໃນ​ຕອນ​ຄ່ຳ ​ວັ​ນ​ທີ 18/10, ຢ​ູ່​ຮ່​າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ຈັດ​ຕັ້ງພິ​ທີ ​ສະ​ເຫຼີມ​ສະ​ຫຼອງ ວັນ​ສ້າງ​ຕັ້ງ​ສ​ະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຄົບ​ຮອບ 86 ປີ ແລະ ມອບ​ລາງວັນ ແມ່​ຍິງ​ຫວຽດ​ນາມ ປີ 2016, ໃຫ້​ 6 ​ໝູ່ຄະ​ນະ ແລະ 10 ຄົນ ທີ່​ດີ​ເດັ່ນ. ໃນ​ຈຳ​ນວນ​ບັນ​ດາ​ບຸກ​ຄົນ ໄດ້​ຮັບ​ລາ​ງວັນ ແມ່​ຍິງ​ຫວຽດ​ນາມໃນປີນີ້ ມີ ທ່ານ ນາງ ຮ່າ​ທິ​ຄຽດ ອະ​​ດີດ​ເລ​ຂາ​ສູນ​ກາງ​ພັກ, ອະ​ດີດ​ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ແລະ ທ່ານ ນາງ ຫງວຽນ​ທິ​ຢວານ ອະ​ດີດ​ຮອງ​ປະ​ທານ​ປະ​ເທດ. ສຈ.ປອ. ຫງວຽນ​ທິ​ຮົ່ງ​ເວີນ, ອາ​ຈານ​ສອນຂະ​ແໜງ​ຊີ​ວະ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ການ​ບຳ​ລຸງ​ສ້າງ ແລະ ​ການຄົ້ນ​ຄ້​ວາ ລ້ວນ​ແຕ່​ໄດ້ຮັບ​ການ​ດຳ​ເນີນ​ໄປ​ຄຽງ​ຄູ່​ກັນ. ພວກ​ຂ້າ​ພະ​ເຈົ້າ​ ຄົ້ນ​ຄ້​ວາ ບໍ່​ພຽງ​ແຕ່​ເພື່ອ​ມີ​ບັ​ນ​ດາ​ຫົວ​ເລື່ອງ​ໝູນ​ໃຊ້​ເຂົ້າ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງເທົ່າ​ນັ້ນ ​ຫາກ​ຍັງ​ ນຳ​ໃຊ້​ບັນ​ດາ​ຜົນ​ການ​ຄົ້ນ​ຄ້​ວາ ຫຼື ​ປະ​ຕິ​ບັດ​ການຄົ້ນ​ຄ້​ວາ ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ວຽກ​ງານ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ້​ວາລະ​ດັບ​ປະ​ລີນ​ຍາ​ໂທ ແລະ ​ປະ​ລີນ​ຍາ​ເອກ. ເລື່ອງ​ຊັບ​ຊ້ອນບັນ​ດາ​ວຽກ​ງານ ແມ່ນ​ອີງ​ໃສ່​ຄວາມ​ສາ​ມາດ ​ຂອງ​ແຕ່​ລະ​ຄົນ ແຕ່​ວ່າ​ຕາມ​ຂ​້າ​ພະ​ເຈົ້າ​ແລ້ວ ​ແມ່ນ​ພະ​ນັກ​ງານ​ຍິງ​ຂະ​ແໜງ​ຊີ​ວະ​ສາດ ​ແມ່ນ​ບັນ​ດາ​ຜູ້​ທີ່​ເຮັດຫຼ້ອນ​ໜ້າ​ທີ່​ໃນ​ວຽກ​​ບ້ານ​ການ​ເຮືອນ ແລະ ມີຄວາມ​ຮັບ​ຜິດ​ຊອບ ​ໃນ​ວຽກ​ງານ​ເພື່ອ​​ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ”.

        ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ທ້ຽນ​ເຢີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ​ລັກ​ສະ​ນະ​ເປັນຫຼາຍ​ຮູບຫຼາຍ​ແບບ​ ໃນ​ບັນ​ດາ​ຂະ​ແໜງ​ອາ​ຊີບ ແລະ ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ຄັດ​​ເລືອກມອບ​ລາງວັນ​ ສະ​ແດງ​ໃຫ້​ເຫັນ​ວ່າແມ່​ຍິງ​ຫວຽດ​ນາມ ພວມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ໃນ​ທຸກດ້ານ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​​ໃນ​ສັງ​ຄົມ. ບັນ​ດາ​ຂໍ້​ລິ​ເລີ່ມ, ຜົນ​ງານ​ໃນ​ການ​ຄົ້ນ​ຄ້​ວາ, ການ​ອອກ​ແຮງ​ງານ​ ຂອງ​ບັນ​ດາ​ແມ່​ຍິງ​ໄດ້​ນຳ​ມາ​ເຊິ່ງ ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ ໃຫ້​ແກ່​ການ​ພັດ​ທະ​ນາ​ ຂອງ​ປະ​ຊາ​ຄົມ, ປະ​ເທດ​ຊາດ, ພ​້ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້ ​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ກ້າວ​ໜ້າ​ ໃຫ້​ແກ່​ແມ່​ຍິງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ