ການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນກາບກອນຫວຽດນາມຄັ້ງທີ15

ການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນກາບກອນຫວຽດນາມຄັ້ງທີ15 - ảnh 1
ການ​ສະ​ແດງ​ສີ​ລະ​ປະ​ໃນ​ວັນ​ກາບກອນ ຫວຽດ​ນາມ ຄັ້ງ​ທີ 15 ຈັດ​ຕັ້ງ​ຢູ່ ຮ່​ວາ​ບີ່ງ
(ພາບ: Nhan Sinh- TTXVN)

(vovworld) - ວັນ​ທີ 9/2, ຢູ່​ວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ ມາຍ​ຮັກ​ເດ໋, ຕາ​ແສງ​ມາຍ​ຟູ້, ເມືອງ ໂລກ​ຮ່າ (ແຂວງ ຮ່າ​ຕິ້ງ), ສະ​ມາ​ຄົມ​ວັນ​ນະ​ຄະ​ດີສີ​ລະ​ປະ​ແຂວງ ຮ່າ​ຕິ້ງ ໄດ້​ສົ​ມ​ທົບ​ກັບ​ເມືອງ ໂລກ​ຮ່າ ​ຈັດ​ຕັ້ງ​ວັນ​ກາບກອນ ຫວຽດ​ນາມ. ວັນ​ກາບກອນ ຫວຽດ​ນາມ ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຢັ້​ງ​ຢືນ ແລະ ເຊີດ​ຊູ​ຄຸນ​ຄ່າ​ຂອ​ງ​ກາບກອນໃນ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳຈິດ​ໃຈ. ພິ​ເສດ, ວັນ​ກາບກອນ​ ຫວຽດ​ນາມ ຄັ້ງ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ວິ​ຫານບ​ູ​ຊາເຈົ້າ​ຊີ​ວິດ ມາຍ​ຮັກ​ແດ໋ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ເມືອງ ໂລກ​ຮ່າ ແລະ ກໍ່​ແມ່ນ​ໂອ​ກາດ​ແນະ​ນຳ​ເຖິງ​ຜູ້​ອ່ານ​ເປັນ​ຈຳ​ນວນຫຼວງຫຼາຍ​ບັນ​ດາ​ໝາກ​ຜົນ​ໃນ​ວິ​ວັດ​ການ​​ແຕ່ງບົດ​ກາບກອນ​ຂອງ​ບັນ​ດາ​ນັກ​ສ​ີ​ລະ​ປະ​. ນ​ີ້ກໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ບັນ​ດາ​ນັກ​ກະ​ວີ, ບົດ​ກາບກອນ ແລະ ມະ​ຫາ​ຊົນ.

        ຕອນ​ຄ່ຳ​ວັນ​ທີ 9/2, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ວັນ​ກາບກອນ ຫວຽດ​ນາມ ຄັ້ງ​ທີ 15 ດ້ວຍ​ຫົວ​ຂໍ້ “ຮ່ວມ​ເດີນ​ທາງ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ” ແລະ ມອບ​ລາງວັນ​ການ​ເສັງ​ກ່ຽວ​ກັບ​ກາບກອນ “20 ປີ​ກັບ​ເມືອ​ແຂວງ ກວາງ​ນາມ”.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ທີ 9/2, ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສີ​ລະ​ປະ​ແຂວງ ຮ່​ວາ​ບີ່ງ ສົມ​ທົບ​ກັບ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ລົງ​ເລິກວິ​ຊາ ຮ່​ວາງວັນ​ທຸ ໄດ້​ຈັ​ດ​ຕັ້ງ​ວັນ​ກາບກອນ ຫວຽດ​ນາມ ປີ 2017 ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ