ການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ໃນຕອນຄ່ຳວັນທີ 27 ມັງກອນ, ຢູ່ຫໍວັດທະນະທຳນັກສຶກສານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ນັກສຶກສາຕ້ອນຮັບບຸນເຕັດຢູ່ຫ່າງໄກຈາກກັບຄອບຄົວ” ຄັ້ງທີ 8 ປີ 2018. ມີການເຄື່ອນໄຫວສະແດງສິລະປະ,

ການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຕ່າງໆ - ảnh 1 ການເຄື່ອນໄຫວຂອງໄວໜຸ່ມ ທ໋າຍງວຽນ

(ພາບ: ໜັງສີພິມ ກໍ່ສ້າງ)

ມາຮອດປະຈຸບັນ, ມີກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ໃນບໍລິເວນນະຄອນ ໂຮ່ຈີມິນ ກ່ວາ 58.000 ຄົນ ໄດ້ຮັບການເບິ່ງແຍງດູແລ, ມອບຂອງຂວັນຈາກກຳມະບານທຸກຂັ້ນ, ຫົວໜ່ວຍວິສາຫະກິດ ດ້ວຍມູນຄ່າກ່ວາ 22 ຕື້ດົ່ງ. ບັນດາຜູ້ໃຈບຸນໃຈກຸສົນ ແລະ ວິສາຫະກິດກ່ວາ 230 ແຫ່ງກໍ່ໄດ້ໜູນຊ່ວຍ, ມອບປີ້ລົດໃຫ້ກຳມະກອນຜູ້ອອກແຮງງານກ່ວາ 10.800 ຄົນໄດ້ກັບບ້ານຕ້ອນຮັບບຸນເຕັດດ້ວຍຈຳນວນເງິນກ່ວາ 7,7 ຕື້ດົ່ງ. ໃນຕອນຄ່ຳວັນທີ 27 ມັງກອນ, ຢູ່ຫໍວັດທະນະທຳນັກສຶກສານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ນັກສຶກສາຕ້ອນຮັບບຸນເຕັດຢູ່ຫ່າງໄກຈາກກັບຄອບຄົວ” ຄັ້ງທີ 8 ປີ 2018. ມີການເຄື່ອນໄຫວສະແດງສິລະປະ, ພົບປະແລກປ່ຽນຊ່ວຍໃຫ້ນັກສຶກສາເພີ່ມຄວາມອົບອ່ນກ່ວາເມື່ອບຸນເຕັດວຽນມາ. ເນື່ອງໃນໂອກາດນີ້, ຫໍວັດທະນະທຳນັກສຶກສາໄດ້ມອບຂອງຂວັນ 300 ພູດໃຫ້ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ບໍ່ມີເງື່ອນໄຂກັບບ້ານຕ້ອນຮັບບຸນເຕັດ.

        ແລະກໍ່ໃນວັນດຽວກັນ, ວັນທີ 27 ມັງກອນ, ຢູ່ແຂວງ ຫາຍເຢືອງ, ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ອົບອຸ່ນດ້ວຍນ້ຳໃຈມະນຸດ” ປີ 2018 ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບບັນດາຄອບຄົວທຸກຍາກໃນບໍລິເວນແຂວງ. ລາຍການໄດ້ຮັບຈຳນວນເງິນບໍລິຈາກສະໜັບສະໜູນຄົນທຸກຍາກໃນບຸນເຕັດປີຈໍດ້ວຍຈຳນວນເງິນ 10 ຕື້ດົ່ງ.

        ໃນ “ສັບປະດາຈຸດສຸມບຸນເຕັດເພື່ອຄົນທຸກຍາກປີ 2018”, ແຂວງ ທ໋າຍງວຽນ ໄດ້ສະໜອງບ້ວງເງິນໜູນຊ່ວຍໃຫ້ 26 ຕາແສງທຸກຍາກເປັນພິເສດໃນແຂວງລວມມູນຄ່າ 12 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ