ການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ 2012

ການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ 2012 - ảnh 1
ການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ
ພາບປະກອບ:internet

(vovword)- ​ວັນ​ທີ 4/5, ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ວິສາຂະບູຊາ 2012 ພສ 2556, ທ່ານ Nguyen The Thao ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະຫນາ ຫວຽດນາມ ຢູ່ ວັດ Quan Su. ຕາງຫນ້າ​ໃຫ້ການ​ນຳ​ນະຄອນ ​ແລະ ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍ ສົ່ງ​ຄຳ​ອວຍພອນ​ເຖິງພະ​ມະຫາ​ອາຈານ, ພະ​ອາຈານ, ສະມາຄົມ​ພຸດ​ທະ​ສາສະຫນາ ຫວຽດນາມ ​ແລະ ບັນດາ​ພະ​ສົງ​ສາມະ​ເນນ ສາສະ​ນີກະ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ວິສາຂະບູຊາ. ທ່ານ Nguyen The Thao ປາດ​ຖະຫນາ​ວ່າ: ຜູ້​ມີຍົດ​ຖາ​ບັນດາສັກ​ສືບ​ຕໍ່​ຂົນຂວາຍ​ສາສະ​ນີກະ​ຊົນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ສາມັກຄີ​ພ້ອມ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຕັ້ງຫນ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ການ​ເຄື່ອນ​ໄຫວ​ກຸສົນ. ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ Nguyen The Thao ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນສະມາຄົມ​ພຸດທະ​ສາສະຫນາ​ນະຄອນ ຮ່າ​ໂນ້ຍ ຢູ່ ວັດ Ba Da ​ເມືອງ Hoan Kiem
ຂ່າວ/ບົດ​ອື່ນ