ການເຄື່ອນໄຫວແທດຈິງຫລາຍຢ່າງເພື່ອສະເຫຼີມສະຫຼອງ87ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ການເຄື່ອນໄຫວແທດຈິງຫລາຍຢ່າງເພື່ອສະເຫຼີມສະຫຼອງ87ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ảnh 1
​ແຂວງ ​ເຊີນ​ລາ ກໍ່​ຈັດ​ຕັ້ງ​ພິທີ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ
 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ

(vovworld) – ​ ​ ສະ​ເຫຼີ​ມສະ​ຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (03/02/1930 – 03/02/2017), ຕອນ​ຄ່ຳ​ວັນ​ທີ 03/02 ຢູ່ສວນສາທາລະນະອະນຸສາວະລີ ​ປະທານ ​ໂຮ່ຈີ​ມິນ, ນະຄອນ ​ໂຮ່ຈີ​ມິນ ​ໄດ​້ຈັດ​ຕັ້ງ​ລາຍການ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “ຈົ່ງ​ຮັກ​ພັກດີ ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ”. ບັນດາ​ລາຍການຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອກ​ະລັກສະ​ເພາະ​ໄດ້​​ແນະນຳ​ໂດຍສັງ​ເຂ​ບ​ປະ​ຫວັດ​ສາດຂອງ​ ຫວຽດນາມ ດ້ວຍ​ຄວາມ​ໄຝ່ຝັນ, ມຸ່ງ​ຫວັງ, ຮັກ​ຫອມສັນຕິພາບ ​ແລະ ​ເຈດ​ຈຳນົງພິລາ​ອາດ​ຫານບໍ່​ຍອມ​ຈຳນົນ, ​ເຊິ່ງ​ໄດ້​ສືບທອດ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ຜ່ານ​ຫລາຍລຸ້ນຄົນຂອງ​ຊາວ ຫວຽດນາມ.

        ວັນ​ທີ 03/02 ຢູ່​ແຂວງ ຊອກ​ຈັງ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (03/02/1930 – 03/02/2017). ກ່າວ​ຄຳ​ເຫັນ​ທີ່​ພິທີ ທ່ານ ຫງວຽນ​ວັນ​ເຖ ​ເລຂາ​ຄະນະ​ພັກ​ແຂວງ ຊອກ​ຈັງ ​ເນັ້ນ​ໜັກ​ວ່າ: 87 ປີຜ່ານມາ, ພ້ອມ​ກັນ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ບັນດາ​ຊົນ​ເຜົ່າ ກິ​ງ - ຄະ​ເມ - ຈີນ ​ໃນ​ບໍລິ​ເວນ​​ແຂວງໄດ້​ສ້າງ​ຜົນງານ​ຫລາຍ​ຢ່າງ, ປະກອບສ່ວນປະຕິບັດ​ສຳ​ເລັດ​ການ​ປະຕິວັດ​​ຊາດ​ປະຊາທິປະ​ໄຕປະຊາຊົນ, ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບພ້ອມ​ກັບ​ທົ່ວ​ປະ​ເທດ, ສ້າງ​ລັດທິ​ສັງຄົມ ​ແລະ ປະຕິບັດ​ພາລະກິດ​ປ່ຽນ​ໃໝ່.

        ​ແລະ​ໃນ​ວັນ​ດຽວ​ກັນ​ແຂວງ ອາ​ຢາງ ຈັດ​ຕັ້ງພິທີ​ມອບກາ​ໝາຍ​ພັກ​ໃຫ້​ບັນດາ​ສະມາຊິກ​ພັກທີ່​ມີ​ອາຍຸ​ພັກ​ຫລາ​ຍປີ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ. ​ແຂວງ ​ເຊີນ​ລາ ກໍ່​ຈັດ​ຕັ້ງ​ພິທີ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ