ການເຄື່ອນໄຫວໃນຂອບເຂດໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2013

ການເຄື່ອນໄຫວໃນຂອບເຂດໄຫວ້ບູຊາເຈົ້າຊີວິດຮຸ່ງປີ 2013 - ảnh 1
ພິທີ​ໄຫວ້​ບູຊາ​ພະ​ບີ​ດາ ລາກ​ລອງ​ກວນ
ພາບ:internet

(vovworld)-  ຕອນ​ເຊົ້າ​ວັນ​ທີ 15/4(ກົງ​ກັບ​ວັນ​ທີ 6/3 ​ໄລ່​ຕາມ​ຈັນທະ​ປະຕິທິນ), ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວິຫານ ຮຸ່ງ, ຄະນະ​ຈັດ​ຕັ້ງ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ປີ 2013 ຈັດ​ຕັ້ງ​ພິທີ​ໄຫວ້​ບູຊາ​ພະ​ບີ​ດາ ລາກ​ລອງ​ກວນ. ບັນດາ​ຜູ້​ແທນ ​ແລະ ພໍ່​ແມ່​ປະຊາຊົນ​ເຂົ້າ​ຮ່ວມ​ພິທີ​ຖະຫວາຍ​ທູບ​ທຽນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະ​ບີ​ດາ ລາກ​ລອງ​ກວນ ​ທີ່​ໄດ້​ກໍ່​ຕັ້ງ ​ແລະ ສ້າງສາ​ປະ​ເທດ​ຊາດ​ຫວຽດນາມ, ພາວະນາ​ພະ​ບີ​ດາ ລາກ​ລອງ​ກວນ​ຊ່ວຍ​ດົນ​ບັນດານ​ໃຫ້​ປະ​ເທດ​ຊາດ​ວັດທະນາ​ຖາວອນ, ປະຊາຊົນ​ມີ​ຄວາມອີ່ມ​ໜຳ​ສຳລານ,ມີ​ຄວາມຜາ​ສຸກ ​ແລະ ໝັ້ນ​ໝາຍ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ ​ແລະ ສ້າງສາ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ຈະ​ເລີ​ນຮຸ່ງ​ເຮືອງ. ຕໍ່​ຈາກ​ນັ້ນ ຢູ່​ວິຫານ ພະ​ແມ່ ​ເອົາ​ເກີ, ຄະນະ​ຈັດ​ຕັ້ງ​ກໍ່ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ພະ​ແມ່​ ​ເອົາ​ເກີ ​ເຊັ່ນ​ດຽວ​ກັນ.

 

 

ຂ່າວ/ບົດ​ອື່ນ