ການເຈລະຈາຂັ້ນສູງສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ

ການເຈລະຈາຂັ້ນສູງສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Barack Obama
(ພາບ: Pete Souza)

(​vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 25/7, ຢູ່​ທຳນຽບຂາວ ທີ່ ວໍ​ຊິງ​ຕັນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Barack Obama ​ໄດ້ມີ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ກໍ່​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

    ທີ່​ການ​ເຈລະຈາ, ທ່ານ​ປະທານາທິບໍດີ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຫັນ​ດີ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໂດຍ​ອີງ​ໃສ່​ບັນດາ​ຫຼັກການ​ເຄົາລົບ​ກົດ​ບັດ​ສະ​ຫະປະຊາ​ຊາດ, ກົດໝາຍ​ສາກົນ, ​ເຄົາລົບ​ລະບອບ​ການ​ເມືອງ, ​ເອກະລາດ, ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ. ການ​ນຳ ຫວຽດນາມ ​ແລະ​ ອາ​ເມ​ລິ​ກາ ​ເນັ້ນ​ໜັກວ່າ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ແມ່ນ​ພື້ນຖານ ​ແລະ ກຳລັງ​ໜູນ​ຂອງ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ຮ່ວມ​ມື​ເຂດ ປາຊີ​ຟີ​ກ (TPP) ​ໃນ​ເວລາ​ໄວ​ທີ່​ສຸດ, ໃນ​ປີ​ນີ້.

    ທ່ານ​ປະທານາທິບໍດີ Barack Obama ຊົມ​ເຊີຍ​ບັນດາ​ຜົນງານ​​ປ່ຽນ​ໃໝ່ດ້ານ​ເສດຖະກິດ​ຂອງ ຫວຽດນາມ, ຮັບຮູ້​ຄວາມ​ເອົາ​ໃຈ​ໃສ່​ຂອງ ຫວຽດນາມ ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ຮັບຮອງ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. ການ​ນຳ 2 ປະ​ເທດ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ສົມທົບ​ໃນ​ບັນດາ​​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ການ​ນຳ 2 ທ່ານ​ໄດ້​ຢັ້ງຢືນ​ຄືນ​ໃໝ່​​ສະໜັບສະໜູນການ​​ແກ້​ໄຂການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS), ພ້ອມ​ທັງ​ຢືນຢັນ​ຄືນ​ໃໝ່​ເລື່ອງ​ສະໜັບ​ສະ​ໜູນ​ຫຼັກການ​ບໍ່​ນຳ​ໃຊ້​ອາວຸດ ​ແລະ ນາບ​ຂູ່​ນຳ​ໃຊ້​ອາວຸດ ​ເພື່ອ​ແກ້​ໄຂ​ການ​ພິພາດ​ກັນ​ບົນ​ທະ​ເລ ​ແລະ ​ພາກ​ພື້ນ.

    2 ຝ່າຍ​ກໍ່ໄດ້​​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ນັ້ນມີ​ບັນຫາ​ສິດທິ​ມະນຸດ, ​ເຫັນ​ດີ​ເປັນ​​ເອກະສັນ​ສືບ​ຕໍ່​ຜ່ານ​ການ​ສົນທະນາ ​ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຫລຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ, ບໍ່​ປະ​ໃຫ້​ບັນຫາ​ນີ້​ສົ່ງຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ທີ່ພວມ​ພັດທະນາ​ຢ່າງ​ດີງາມ​ລະຫວ່າງ 2 ປະ​ເທດ.

    ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Obama ມີ​ກາ​ນພົບ​ປະ​ກັບ​ສື່​ມວນ​ຊົນ​ເພື່ອ​ປະກາດ​ໝາກຜົນ​ຂອງ​ການ​ເຈລະຈາ. ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ​ການຕ່າງປະ​ເທດ, ບັນຫາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ກ່ຽວ​ກັບ​ບັນຫາ ຊາວ ຫວຽດນາມ ດຳລົງ​ຊີວິດ ຢູ່ ອາ​ເມ​ລິ​ກາ ກໍ່​ຄື​ບັນຫາສິດທິ​ມະນຸດ.​​..​ ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ເຕັ້ມ​ໄປ​ດ້ວຍ​ລັກ​ສະ​ນະ​ສ້າງສັນ. ພວກ​ຂ້າພະ​ເຈົ້າບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ສຸດ. ໃນ​ຕໍ່ໜ້າຈະ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ​ຂອງ 2 ປະ​ເທດກ່ວາ​ອີກ, ພ້ອມ​ທັງ​ເພີ່ມ​ທະວີ​ການຍົກ​ລະດັບບັນດາ​ກົນ​ໄກ​ການ​ພົວພັນ​ສົນທະນາ​ຂັ້ນ​ຕ່າງໆຢ່າງ​ເໝາະ​ສົມ​. ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ແມ່ນ​ພື້ນຖານ​ສຳຄັນ​ທີ່​ສຸດ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງສຸດ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ບັນດາບັນຫາ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ”

ທ່ານ​ປະທານາທິບໍດີ Barack Obama ກໍ່​ເນັ້ນໜັກ​​ເຖິງຄວາມ​ປາດ​ຖະໜາ​ຢາກ​ມີ​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກໍ່​ຄື​ແງ່​ຫວັງ​ຮ່ວມ​ມື​ໃໝ່​ບົນ​ພື້ນຖານ​ສ້າງ​ຕັ້ງ​ຄູ່​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ກ່າວ​ວ່າ:

“ອີກ​ເທື່ອ​ໜຶ່ງ ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ປະທານ​ປະ​ເທດທີ່​ໄດ້​ມາ​ຢ້ຽມຢາມ​ ອາ​ເມ​ລິ​ກາ​ໃນຄັ້ງ​ນີ້. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ​2 ປະ​ເທດພວກ​ເຮົາ​ພັດທະນາ​ການ​ຮ່ວມ​ມື​, ​ໃນ​​ໄລຍະ​ຈະ​ມາ​ເຖິງ . ​ແຕ່​ພວກ​​ເຮົາ​ຄວນເພີ່​ມທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ວິທະຍາສາດ ກໍ່ຄື​​ໃນບັນດາ​ຂົງ​ເຂດ​ອື່ນກ່ວາ​ອີກ, ສິ່ງ​ດັ່ງກ່າວ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ວັດ​ທະນາ​ຖາວອນ​ໃຫ້​ທັງ 2 ປະ​ເທດ.”

ການເຈລະຈາຂັ້ນສູງສ້າງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ - ảnh 2
ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະພົວພັນຕ່າງປະເທດສະພາສູງ ອາເມລິກາ
(ພາບ: TTXVN)

ແລະ ກໍ່​ໃນ​ວັນ​ທີ 25/07, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ສະມາຊິກ​ສະພາສູງ Patrick Leahy, ປະທານ​ຜູ້​ປະຈຳການ​ສະພາສູງ ​ອາ​ເມ​ລິ​ກາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ທ່ານ Leahy ​ແລະ ສະພາ​ສູງ​ ອາ​ເມ​ລິກາ ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ ທ່ານ Leahy ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ເນື່ອງ​ໃນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ແຕ່​ວັນ​ທີ 24 – 26/7, ທ່ານ​ປະທານາທິບໍດີ Barack Obama  ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ອອກ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ອາ​ເມ​ລິ​ກາ. ການ​ນຳ 2 ທ່ານ​ໄດ້​ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ສ້າງ​ຂອບ​ເຂດ​ສັງ​ລວມ​ເພື່ອ​ຊຸກຍູ້​ການ​ພົວພັນ. ການ​ນຳ 2 ທ່ານ​ຖະ​ແຫຼ​ງວ່າ: ການ​ພົວພັນ​ຄູ່ຮ່ວມ​ມືຮອບດ້ານ​ເພື່ອ​ແນ​ໃສ່​ປະກອບສ່ວນ​​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

​          ເນື່ອງ​ໃນ​ໂອກາດ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ ​ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການ, ໜັງ​ສືພິມ​ໄປສະນີ​ວໍ​ຊິງ​ເຕັນ (The Washington Post) ຂອງ​ ອາ​​ເມ​ລິ​ກາ ສະບັບ​ອອກ​ວັນ​ທີ 25/07, ​​ໄດ້​ລົງ​ພິມ​ສານ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໂດຍຊີ້​ແຈ້ງວ່າ: ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ ໄດ້​ມີ​ໄລຍະ​ທາງ​ທີ່​ຍາວ​ນານ​​ບົນ​ເສັ້ນທາງ​ເພີ່ມ​ພຸນ​ຄຸນ​ສ້າງ​ການ​ພົວພັນ​ຮ່ວມ​ມື ​ແລະ ສ້າງສັນ, ບົນ​ພື້ນຖານ​ເຄົາລົບ​ນັບຖືເຊິ່ງກັນ ​ແລະ ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ​ເຈດ​ຕະນາ​ດີ​ຂອງ​ທັງ 2 ຝ່າຍ, 2 ຝ່າຍ​ຈະ​ມາ​ນະພະ​ຍາ​ຍາມ​ກວ່າ​ອີກ ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ