ການເຈລະຈາຍຸດທະສາດຂັ້ນຮອງ ລັດຖະມົນຕີຄັ້ງທີ 3 ລະຫວ່າງຫວຽດນາມ-ຈີນ

ການເຈລະຈາຍຸດທະສາດຂັ້ນຮອງ ລັດຖະມົນຕີຄັ້ງທີ 3 ລະຫວ່າງຫວຽດນາມ-ຈີນ - ảnh 1

ການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນຮອງ​ລັດຖະມົນຕີ​ຄັ້ງທີ 3 ລະຫວ່າງ​ຫວຽດນາມ-​ຈີນ

(ພາບ: vneconomy.vn)

( vovworld ) – ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ວັນ​ທີ 3/9, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີ​ການ​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນຮອງ​ລັດຖະມົນຕີ​ຄັ້ງທີ 3 ລະຫວ່າງ​ຫວຽດນາມ-​ຈີນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ພົນ​ໂທ Nguyen Chi Vinh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ການ​ແກ້​ໄຂ​ການ​ພິພາດ​ຢູ່ທະເລຕາເວັນອອກ​ແມ່ນ​ບັນຫາ​ສຳຄັນ​ຍີ່​ງ​ໃນ​ການ​ພົວພັນລະຫວ່າງ​ຫວຽດນາມ-​ຈີນ ​ແລະ ​ແມ່ນ​ຊະ​ຕາ​ກຳ​ລວມຂອງ​ທັງ​ສອງ​ປະ​ເທດ. ດ້ວຍ​ຈິດ​ໃຈຕີລາ​ຄາ​ຄວາມ​ຈິງ​ຢ່າງ​ກົງ​ໄປ​ກົງ​ມາ, ​ເພື່ອສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງໝັ້ນຄົງ​ນັ້ນ, ທ່ານ​ພົນ​ໂທ Nguyen Chi Vinh ​ແລະ ທ່ານ​ໝ່າ​ເຢົາ​ທຽນ ຮອງ​ເສນາ​ທິການ​ໃຫ່ຍກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ຊື່​ງ​ເປັນ​ປະທານ​ຮ່ວມ​ການ​ເຈລະຈາ​ດັ່ງກ່າວ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາກ່ຽວ​ກັບ​ບັນດາ​ບັນຫາ​ຍັງ​ຄົງ​ຄ້າງ​ລະຫວ່າງ​ສອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາທະເລຕາເວັນອອກ ​ແລະ ລ້ວນ​ແຕ່​ໄດ້​ຢືນຢັນ​ຄືນ​ໃໝ່​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ນັ້ນບົນ​ພື້ນຖານສະພາບ​ສັງ​ລວມການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ.

   ທ່ານ​ພົນ​ໂທ Nguyen Chi Vinh ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ແບ່ງປັນ​ຄຸນ​ປະ​ໂຫຍ​ດສອງ​ຝ່າ​ຍ ​ແລະ ການ​ຮ່ວມ​ມື​ໃນ​ເວທີ​ປາ​ໄສ​ຫຼາຍຝ່າຍ​ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ດ້ານ:

   “ຂ້າພະ​ເຈົ້າປາດ​ຖະໜາ ​ແລະ ​ເຊື່ອໝັ້ນວ່າ, ການ​ພົບ​ປະ​ຂອງ​ພວກ​ເຮົາ​ຈະ​ປະກອບສ່ວນຢ່າງ​ຕັ້ງໜ້າ​​ເຂົ້າ​ໃນການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ-​ຈີນ, ສ້າງ​ພື້ນຖານ​ສັນຕິພາບໝັ້ນຄົງ, ​ເປັນ​ປົກກະຕິ​ໃຫ້​ແກ່​ສອງ​ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ

  ສ່ວນ​ທ່ານ​ພົນ​ໂທ​ໝ່າ​ເຢົາ​ທຽນ ຊີ້​ແຈ້ງວ່າ, ຝ່າຍ​ຈີນ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ບັນຫາ​ນີ້​ຈະໄດ້​ຮັບ​ການ​ແກ້​ໄຂຢ່າງ​ເໝາະ​ສົມ ​ເພື່ອ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ:

  “ຈີນ ຖື​ການ​ເຈລະຈາ​ຍຸດ​ທະ​ສາດ​ດ້ານ​ປ້ອງກັນຊາ​ດກັບ​ຫວຽດນາມ ເປັນ​ສຳຄັນທີ່​ສຸດ ​ແລະ ພວກ​ຂ້າພະ​ເຈົ້າກໍ່​ຮູ້​ວ່າ ຫວຽດນາມ​ ກໍ່​ເຊັ່ນ​ດຽວ​ກັນ. ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ, ການ​ເຈລະຈາ​ໄດ້​ດຳ​ເນີນ​ໄປ​ແມ່ນ​ກາລະ​ໂອກາດ​ທີ່​ສຳຄັນ, ຈີນ​ເດັດ​ດຽວ​ປະຕິບັດຕາມ​ກົນ​ໄກ​ເຈລະຈາ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ“.

ຂ່າວ/ບົດ​ອື່ນ