ການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2

ການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2 - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ, ກຳມະການ​ສູນ​ກາງ​ພັກ
ແລະ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Baek Seung Joo
(ພາບ: qdnd.vn)


(vovworld) - ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດລະຫວ່າງຫວຽດນາມ - ສ.​ເກົາຫຼີ ຄັ້ງ​ທີ 2 ຖື​ກດຳ​ເນີນ​ໄປ​ໃນ​ວັນ​ທີ 15/11 ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ຢູ່​ນະຄອນຫຼວງ​ເຊີ​ອຸນ. ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ພົນ​ໂທ ຫງວຽນ​ຈິ໋ວິ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ. ຝ່າ​ຍສ.​ເກົາຫຼີ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Baek Seung Joo ​ເປັນ​ຫົວໜ້າ​ຄະນະ. 2 ຝ່າຍ​ໄດ​້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜື​ອ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສະພາບ​ກອງທັບ ​ແລະ ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ແຕ່ລະ​ປະ​ເທດ, ກໍ່​ຄື​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ອນ​ໜ້າ​ນັ້ນ, ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ປ້ອງ​ກັນຊາ​ດ ​ເຊີ​ອຸນ ຄັ້ງ​ທີ 2 ​ໃນ​ລະຫວ່າງ​ວັນ​ທີ 11 – 13/11, ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຫົວ​ຂໍ້​ຄື: ຂໍ້​ລິ້​ເລີ່​ມສັນຕິພາບ ​ແລະ ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ຄວາມ​ໝັ້ນຄົງ​ຮອບດ້ານ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝີກ; ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍທົ່ວ​ໂລກ ​ແລະ ບົດ​ບາດ​ຂອງ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຝີກ...

ຂ່າວ/ບົດ​ອື່ນ