ການເຈລະຈາດ້ານປ້ອງກັນຊາດລະຫວ່າງຫວຽດນາມແລະຝລັ່ງຄັ້ງທີ2

(VOVWORLD) -ການເຈລະຈາດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ຝລັ່ງ ຄັ້ງທີ 2 ໄດ້ດຳເນີນໃນວັນທີ 11 ຕຸລາ ຢູ່ ນະຄອນ ໂຮ່ຈິມີນ ພາຍໃຕ້ການເປັນປະທານຮ່ວມຂອງ ພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ພົນເຮືອໂທ Herve de Bonnaventure, ຮອງຫົວຫນ້າກົມໃຫຍ່ການພົວພັນສາກົນ ແລະ ຍຸດທະສາດ, ກະຊວງປ້ອງກັນປະເທດ ຝລັ່ງ.
ການເຈລະຈາດ້ານປ້ອງກັນຊາດລະຫວ່າງຫວຽດນາມແລະຝລັ່ງຄັ້ງທີ2 - ảnh 1ການເຈລະຈາດ້ານປ້ອງກັນຊາດລະຫວ່າງຫວຽດນາມແລະຝລັ່ງຄັ້ງທີ2 

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງຂອງການນຳກະຊວງປ້ອງກັນປະເທດ ແລະ ກອງທັບສອງປະເທດ, ເສີມຂະຫຍາຍປະສິດທິຜົນຂອງກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ຕັ້ງຫນ້າຮ່ວມມື ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຫລາຍຝ່າຍ. ພ້ອມກັນນັ້ນ ເພີ່ມທະວີການຮ່ວມມືກ່ຽວກັບການບຳລຸງສ້າງ, ເສນາຮັກ, ທະຫານເຮືອ, ອຸດສາຫະກຳປ້ອງກັນຊາດ ແລະ ການຮັກສາສັນຕິພາບ ສປຊ, ຊຸກຍູ້ບັນດາການຢ້ຽມຢາມຂອງກ່ຳປັ່ນການທະຫານ, ການຄົ້ນຄ້ວາ, ເປີດກວ້າງບັນດາຂົງເຂດຮ່ວມມືໃຫມ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ