ການ​ເຈ​ລະ​ຈາ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ທ່ານ​ຮອງ​ລັດ​ຖະ​ມົນ​​ຕີການ​ຕ່າງ​ປະ​ເທດ ຫງວຽນ​ກວັກ​ຢຸງ ແລະ ຜູ້​ຊ່ວຍ​ວຽກ​ທ່ານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕີ ກາ​ນາ​ດາ David Morison

(VOVWORLD) -ວັນທີ 15 ຕຸລາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ເຈລະຈາທາງໂທລະສັບກັບທ່ານ David Morrison ຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີ ການາດາ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ການາດາ ແລະ ການຮ່ວມມືຮັບມືກັບໂລກລະບາດໂຄວິດ - 19.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ອວຍພອນທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ແລະ ພັກເສລີ ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນວັນທີ 20 ກັນຍາ ຜ່ານມາ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດໃນທຸກຂົງເຂດ.

        ສ່ວນ ທ່ານ David Morrison ຢັ້ງຢືນເຖິງການຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ການາດາ ເລິກເຊິ່ງກວ່າອີກ; ທ່ານຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ດ້ວຍນະໂຍບາຍຮັບມືທີ່ປອດໄພ ແລະ ມີໄຫວພິບ; ທ່ານຢັ້ງຢືນຄຳໝັ້ນສັນຍາສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ໄດ້ເຂົ້າເຖິງວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຜ່ານກົນໄກ COVAX ແລະ ກອງທຶນຮັບມືໂຄວິດ - 19 ຂອງ ອາຊຽນ.

        ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ ພາກພື້ນ ແລະ ສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ