ການເຈລະຈາມິດຕະພາບປ້ອງກັນປະເທດຢູ່ ຊາຍແດນຫວຽດນາມ-ຈີນຄັ້ງທີ3

ການເຈລະຈາມິດຕະພາບປ້ອງກັນປະເທດຢູ່ ຊາຍແດນຫວຽດນາມ-ຈີນຄັ້ງທີ3 - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ
ການ​ເຈ​ລະ​ຈາ
ພາບ:bienphong

(vovworld)- ຕອ​ນ​ບ່າຍ​ວັນ​ທີ 28/3 ຢູ່ ນະ​ຄອນ ລ້າງ​ເຊີນ, ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ມິດ​ຕະ​ພາບ​ການ​ປ້ອງ​ກັນ​ປະ​ເທດ​ຢູ່ ຊາຍ​ແດນ​ຫວຽດ​ນາມ - ຈີນ ຄັ້ງ​ທີ 3 ປ​ີ 2016. ພົນ​ເອກ ຟຸ່ງກວາງ​ແທງ, ຮອງ​ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ແລະ ພົນ​ໂທ ຈ໋າງຢ໋ວານ​ແຈ໋ວນ,ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາ.

 ກ່າວ​ຄຳ​ເຫັນ​ໄຂ​ການ​ເຈ​ລະ​ຈາ, ທ່ານ ຫງວຽນ​ຈີວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ປະ​ເທດ​ ຊາຍ​ແດນ ຫວຽດ​ນາມ - ຈີນ ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ຊີ​ວິດ​ທາງ​ດ້ານ​ການ​ເມືອງ, ຈິດ​ໃຈ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ. ພິ​ເສດ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງກອງ​ທັບ​ປະ​ຊາ​ຊົນ​ສອງ​ປະ​ເທດ​ສັງ​ຄົມ​ນິ​ຍົມ ​ມີ​ຊາຍ​ແດນ​ຮ່ວມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົບ​ປະ​ແລກ​ປ່ຽນ​ຄັ້ງ​ນີ້ ປະ​ກອບ​ສ່ວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສ້າງ​ກຳ​ລັງ​ຫນູນ​ໃຫມ່, ຄ​ວາມຕັດ​ສິນ​ໃຫມ່, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ ຈີນ ເລິກ​ເຊິ່ງກວ່າ, ກໍ່​ສ້າງ​ເຂດ​ຊາຍ​ແດນ​ຫວຽດ​ນາມ ຈີນ ກາຍ​ເປັນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ ແລະ ຍືນ​ຍົງ​ກວ່າ.”

ຂ່າວ/ບົດ​ອື່ນ