ການເຈລະຈາລະຫວ່າງອີຣານແລະກຸ່ມ P5+1ບໍ່ບັນລຸຜົນ

ການເຈລະຈາລະຫວ່າງອີຣານແລະກຸ່ມ P5+1ບໍ່ບັນລຸຜົນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມການເຈລະຈາ
(ພາບ: AFP/TTXVN)

(vovworld) – ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ເຈລະຈາ​ໄດ້​ແກ່ຍາວ​ຕື່ມ​ອີກ 1 ວັນ, ການ​ເຈລະຈາ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ຜູ້​ປະຈຳການ​ສະພາ​ຄວາ​ມໝັ້ນຄົງ ສປຊ ​ແມ່ນ ອັງກິດ, ອາ​ເມ​ລິ​ກາ, ຝຣັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 9/11 ​ເຊິ່ງບໍ່​ບັນລຸ​ຂໍ້​ຕົກລົງ​ໃດ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ເຕ​ເຮຣານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພົບ​ປະກັນ​ໃນ​ວັນ​ທີ 20/11 ຈະ​ມາ​ເຖິງ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ໃໝ່. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ຝຣັ່ງ Laurent Fabius ​ໃຫ້​ຮູ້​ວ່າ: ອີຣານ ​ແລະ ກຸ່ມ P5+1 ຍັງ​ຄົງ​ມີ​ບາງ​ບັນຫາ​ທີ່​ບໍ່​ລົງ​ລອຍ​ກັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Mohammad Javad Zarif ​ແລ້ວ, ທ່ານ​ຮູ້ສຶກ​ເສຍ​ຫວັງ​ຍ້ອນ​ການ​ເຈລະຈາ​ຖືກ​ດຳ​ເນີນ​ບໍ່​ມີ​ລັກສະນະ​ສ້າງສັນ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ: 2 ຝ່າຍ​ອາດ​ຈະ​ບັນລຸ​ຂໍ້​ຕົກລົງ​ໃນ​ການ​ເຈລະຈາ​ຄັ້ງ​ຕໍ່​ໄປ.

​​

ຂ່າວ/ບົດ​ອື່ນ