ການເຊື່ອມໂຍງດ້ານເສດຖະກິດແມ່ນບຸລິມະສິດແຖວໜ້າຂອງບັນດາພື້ນຖານເສດຖະກິດສະມາຊິກ APEC

ການເຊື່ອມໂຍງດ້ານເສດຖະກິດແມ່ນບຸລິມະສິດແຖວໜ້າຂອງບັນດາພື້ນຖານເສດຖະກິດສະມາຊິກ APEC - ảnh 1
ທ່ານ​ລັດ​ຖະມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ Lim Hng Kiang
ກ່າວ​ຕຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: pecc.org)


(vovworld) - ​ວັນ​ທີ 13/02, ທ່ານ​ລັດ​ຖະມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ Lim Hng Kiang ໃຫ້​ຮູ້​ວ່າ, ເຖິງວ່າ​ຍັງ​ບໍ່​ທັນ​​ບັນ​ລຸ​ໄດ້​ຈຸດ​ໝາຍ​ຫັນ​ການ​ຄ້າ​ເປັນ​ເສ​ລີ, ແຕ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖ​ະ​ກິດ​ອາ​ຊີ - ປາ​ຊີ​ຟິກ (APEC) ຄວນ​ສື​ບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ເຊື່ອ​ມ​ໂຍງ​ດ້ານ​ເສດ​ຖ​ະ​ກິດ ແລະ ຖືນີ້​ແມ່ນ​ບຸ​ລິ​ມະ​ສິດ​​ແຖວ​ໜ້າ. ກ່າວ​ຕຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະ​ພາ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ປາ​ຊີ​ຟິກ (PECC) ​ຢູ່ສິງ​ກະ​ໂປ 2017, ທ່ານ​ລັດ​ຖະ​ມົນ​ຕີ Lim Hng Kiang ຢືນ​ຢັນ​ວ່າ, ເລື່ອງ​ປະ​ຕິ​ບັດ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ - ປາ​ຊີ​ຟິກ (FTAAP) ຄວນ​ສືບ​ຕໍ່​ແມ່ນ “​ລູ​ກະ​ແຈ” ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ APEC ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຈຸດ​ໝາຍ​ເຫັນ​ການ​ຄ້າ​ເປັນ​ເສ​ລ​ີ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບ​ຸຍ​ແທງ​ເຊີນ ໃຫ້​ຮູ້ວ່າ, ດ້ວຍ​ຖາ​ນະ​ແມ່ນ​ປະ​ເທດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC 2017, ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ ​ໂດຍ​ອີງ​ໃສ່​ 4 ເສົາ​ຄ້ຳ​ຂອງ APEC ແລະ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ ທ່ານ​ຍັງ​ເນັ້ນ​ໜັກ​ເຖິງ​ຜົນ​ສຳ​ເລັດ​ຂອງ APEC 2017 ຫຼື ເລື່ອງ APEC ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ກໍ​ຄື​ປະ​ຊາ​ຄົມ​ປະ​ຊາ​ຊົນ​ຂອງ​ແຕ່​ລະ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກໄດ້ ຫຼື ບໍ່​​ແມ່ນ​ຂຶ້ນ​ກັບ​ການ​ປະ​ກອບ​ສ່ວນ​ຂອງ​ທຸກ​ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ​ຫວຽດ​ນາມ ຈະ​​ມີ​ບົດ​ບ​າດ​ນຳ​ໜ້າ ຜ່ານ​ການ​ຢືດ​ໝັ້ນ​ແນວ​ທາງ​ປະ​ຕິ​ຮູບ ກໍ​ຄື​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ